National Agriculture and Forestry Research Institute

ໃນວັນທີ 12 ກໍລະກົດ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ປະຊຸມ ປຶກສາຫາລືໃນຂະແໜງການຍ່ອຍຊີວະນາໆພັນກະສິກໍາ ເພື່ອກຳນົດພາກສ່ວນກ່ຽວຂ້ອງ ແລະ ການປະສານງານ, ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ.ນາງ  ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ນາງ ຊອງ ມີຄີມ, ຫົວໜ້າອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ, ມີຕາງໜ້າຈາກບັນດາກົມຕ່າງພາຍໃນກະຊວງກະສິກຳ ແລະ ປ່າໄມ້, ຕາງໜ້າຈາກ IRRI, IWMI, IFAD, ອາຈານຈາມມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າສູນ, ຮອງຫົວໜ້າສູນພາຍສະຖາບັນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ດັ່ງທີ່ພວກເຮົານໍາກັນແລ້ວວ່າ ສປປ ລາວ ມີຄວາມເນື້ອທີ່ຄວາມປົກຫຸ້ມຂອງປ່າໄມ້ຫຼາຍກວ່າໝູ່ໃນບັນດາປະເທດອາຊຽນ, ມີຊີວະນາໆພັນທີ່ມີຄຸນຄ່າສູງ ເຊິ່ງປະກອບມີ 8,000-11,000 ຊະນິດພືດ, ສັດລ້ຽງລູກດ້ວຍນົມຫຼາຍກວ່າ 100 ຊະນິດ, ນົກ 700 ຊະນິດ ແລະ ສັດເລືອຄານ ແລະ ສັດນ້ຳ 166 ຊະນິດ ແລະ ຊະນິດເຊື້ອເຫັດທີ່ບໍ່ຮູ້ຈຳນວນ. ໃນນັ້ນ, ລວມມີ ຊີວະນາໆພັນກະສິກໍາ ປະມານ 1,000-2,000 ຊະນິດໄດ້ຖືກນໍາໃຊ້ເປັນອາຫານ ແລະ ຈຸດປະສົງອື່ນໆ, ເຊິ່ງໄດ້ນໍາມາປູກ ແລະ ລ້ຽງຫຼາຍກວ່າ 100 ຊະນິດ. ​ນອກຈາກນັ້ນ, ປະ​ເທດພວກເຮົາ ​ມີຫຼາຍຊົນເຜົ່າ ພວກເຂົາເຈົ້າມີເອກະລັກທາງດ້ານ​ວັດທະນະທຳ​,​ ມີຄວາມຮູ້ພູມປັນຍາ ແລະ ລະບົບການຜະລິດ​ກະສິກຳ ​ແລະ ການ​ດຳລົງ​ຊີວິດ​ທີ່​ແຕກ​ຕ່າງ​ກັນ ອັນສົ່ງຜົນໃຫ້ເກີດຄວາມ​ອຸດົມສົມບູນ​ຂອງຊີວະ​ນາໆ​ພັນ​ກະສິກຳ. ຊີວະນາໆພັນຂອງລາວ ພວມປະເຊີນໜ້າກັບໄພຄຸກຄາມຈາກຫຼາຍປັດໃຈ, ລວມທັງການຕັດໄມ້ທຳລາຍປ່າ, ປ່າໄມ້ເຊື່ອມໂຊມ, ການຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນຊີວະນາໆພັນເກີນຂອບເຂດ, ການລ່າສັດເກີນກຳນົດ, ແລະ ການປ່ຽນແປງດິນຟ້າອາກາດ.

ໃນໄລຍະ 5 ປີຜ່ານມາ, ລັດຖະບານລາວ ໂດຍສະເພາະ ແມ່ນກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດຕັ້ງປະຕິບັດນະໂຍບາຍ ແລະ ລະບຽບການຕ່າງໆ ເພື່ອປົກປັກຮັກສາ, ນໍາໃຊ້ ແລະ ຟື້ນຟູຊີວະນາໆພັນ. ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ເປັນອົງການຈັດຕັ້ງ-ນຳໜ້າ ໃນການຮ່ວມມືກັບພາກສ່ວນກ່ຽວຂ້ອງ ແລະ ພັດທະນາຄູ່ຮ່ວມມືເພື່ອຈັດຕັ້ງປະຕິບັດ NABP-II ຈົນມີຜົນສຳເລັດຢ່າງຫຼວງຫຼາຍ ເຊັ່ນ ໂຄງການອະນຸລັກຊີວະນາໆພັນກະສິກໍາ (TABI), ໂຄງການພັດທະນາເຂດເນີນສູງ ແລະ ອື່ນໆ.

ທ່ານ ດຣ. ນາງ ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະສານງານ ແລະ ການຮ່ວມມືລະຫວ່າງອົງການຈັດຕັ້ງ, ຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດ, ແລະ ບັນດາອົງການຂອງລັດຖະບານທີ່ມີສ່ວນຮ່ວມໃນການພັດທະນາກະສິກຳ-ຊີວະນາໆພັນ, ໃນ ສປປ ລາວ ແລະ ຕ່າງປະເທດ. ທ່ານ​ໄດ້ກ່າວຕື່ມວ​ວ່າ: “ຄວາມ​ພະຍາຍາມ​ຮ່ວມ​ທີ່​ສຸມ​ໃສ່​ການ​ອະນຸລັກ, ຄຸ້ມ​ຄອງ, ນຳ​ໃຊ້ ​ແລະ ຟື້ນ​ຟູ​ຊີວະ​ນາໆ​ພັນ​ກະສິກຳ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ ​ເຊິ່ງປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ໂພ​ຊະ​ນາ​ການ, ​ແລະ ​ໃນ​ທີ່​ສຸດ​ແມ່ນ​ຄຸນະພາບ​ຊີວິດ​ຂອງ​ປະຊາຊົນ ສປປ ລາວ.” ໃນຊຸມປີຜ່ານມາ, ກົດໝາຍ ແລະ ລະບຽບການຕ່າງໆ ເພື່ອປົກປັກຮັກສາຊີວະນາໆພັນ ໄດ້ຖືກອອກ ແລະ ຮັບຮອງ, ດ້ວຍຜົນສຳເລັດຂອງແຜນງານ ແລະ ແຜນປະຕິບັດງານ ຊີວະນາໆພັນແຫ່ງຊາດ ຄັ້ງທີ II (NABP-II), ນຳພາການສ້າງແຜນຜັງເສັ້ນທາງ ເຊື່ອມຊຶມຊີວະນາໆພັນໃນທົ່ວຂະແໜງກະສິກຳ. ໃນ ສປປ ລາວ (2024-2030).

ທ່ານ ນາງ ມີຄິມ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ໃຫ້ຮູ້ວ່າ: “ຄຳໝັ້ນສັນຍາອັນຍາວນານຂອງ FAO ຕໍ່ກັບຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແມ່ນໄດ້ເນັ້ນໜັກໃສ່ຍຸດທະສາດຊີວະນາໆພັນ, ສອດຄ່ອງກັບ. ຍຸດ​ທະ​ສາດ FAO ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ໃນ​ທົ່ວ​ຂະ​ແໜງ​ການ​ກະສິກຳ ​ແລະ ​ແຜນການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ 2024-2027.” “ການຮັບຮອງເອົາໂຄງຮ່າງຄວາມຫຼາກຫຼາຍດ້ານຊີວະນາໆພັນສາກົນຄຸນໝິງ-ມອນເຕຣເລ ເມື່ອບໍ່ດົນມານີ້ໃນກອງປະຊຸມດ້ານຊີວະນາໆພັນຂອງ ສປຊ ສະແດງໃຫ້ເຫັນແຜນທີ່ເສັ້ນທາງທີ່ຫັນປ່ຽນໄປສູ່ການຢູ່ຮ່ວມກັນຢ່າງກົມກຽວກັບທໍາມະຊາດ. ດ້ວຍການເຂົ້າເປັນສະມາຊິກຂອງສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງຊີວະພາບຂອງ ສປປ ລາວ ແລະ ການສ້າງຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດ, ມີໜ້າທີ່ບັງຄັບໃຫ້ປັບປຸງຍຸດທະສາດຄືນໃໝ່ໃຫ້ສອດຄ່ອງກັບເປົ້າໝາຍ ແລະ ເປົ້າໝາຍຂອງກອບວຽກ,” ກອງປະຊຸມໄດ້ປິດລົງໃນເວລາ 12:00 ໂມງຂອງວັນດຽວກັນ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້