National Agriculture and Forestry Research Institute

ສະຫະພັນອົງການຄົ້ນຄວ້າປ່າໄມ້ສາກົນ (International Union of Forest Research Organizations “IUFRO”) ແມ່ນສູນລວມການເຊື່ອມໂຍງ ແລະ ແລກປ່ຽນການຄົ້ນຄວ້າວິທະຍາສາດປ່າໄມ້ຂອງບັນດາອົງການຄົ້ນຄວ້າປ່າໄມ້ໃນທົ່ວໂລກ, ຊຶ່ງສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງ ສປປລາວ ແມ່ນເປັນໜຶ່ງໃນສະມາຊິກ 700 ອົງກອນ ກວມເອົາຫລາຍກວ່າ 100 ປະເທດ. IUFRO ມີພາລະກິດເປັນຈຸດສູນລວມການເຊື່ອມຈອດລະຫວ່າງປ່າໄມ້, ວິທະຍາສາດ ແລະ ປະຊາຊົນ. ກອງປະຊຸມໃຫຍ່ຂອງ IUFRO ແມ່ນຈັດຂຶ້ນໃນເວລາທຸກໆ 5 ປີ ໂດຍມີການໝູນວຽນປະເທດເຈົ້າພາບຕາມຄວາມເໝາະສົມ. ກອງປະຊຸມໃຫຍ່ການຄົ້ນຄວ້າປ່າໄມ້ໂລກຂອງ IUFRO ຄັ້ງທີ 26 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ Stockholmsmassan, ນະຄອນສະຕັອກໂຮມ ແຫ່ງປະເທດສະວີເດັນ ໃນລະຫວ່າງວັນທີ 23 – 29 ມີຖຸນາ 2024. ກອງປະຊຸມໃຫຍ່ຄັ້ງນີ້, ມີເຂົ້າຮ່ວມທັງໝົດ 4,271 ຄົນ ທີ່ມາຈາກ 103 ປະເທດ; ມີ 3,400 ຫົວຂໍ້ນໍາສະເໜີ ກວມເອົາ 200 ເວທີສົນທະນາ ແລະ ຈຸດວາງສະແດງ ຈໍານວນ 70 ບ່ອນ. ກອງປະຊຸມໄດ້ຖືກດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ຕື່ນເຕັ້ນ ແລະ ຄວາມພາກພູມໃຈຂອງບັນດານັກວິທະຍາສາດປ່າໄມ້ທີ່ໄດ້ຮັບໂອກາດເຂົ້າຮ່ວມການນໍາສະເໜີຜົນງານ, ຖອດຖອນບົດຮຽນ ແລະ ສ້າງເຄືອຄ່າຍ ແລະ ຮັດແໜ້ນໄມຕີຈິດກັບບັນດາຜູ້ຊ່ຽວຊານປ່າໄມ້ທີ່ມາຈາກທົ່ວໂລກ, ຊຶ່ງສູນຄົ້ນຄວ້າປ່າໄມ້ກໍ່ໄດ້ຮັບກຽດຂຶ້ນນໍາສະເໜີຜົນງານຄົ້ນຄວ້າຂອງຕົນ ໃນຫົວຂໍ້: ຜົນກະທົບຂອງປັດໄຈທາງດ້ານພູມສັນຖານຕໍ່ກັບຄຸນສົມບັດຂອງເນື້ອໄມ້ສັກໃນເຂດພູດອຍ (Effect of Topographic Conditions on Teak Heartwood Properties in Mountainous area) ຢູ່ເວທີຍ່ອຍການສ້າງຄວາມເຂັ້ມແຂງການຄຸ້ມຄອງປ່າໄມ້ສັກທາງດ້ານການຄ້າ ແລະ ຕ່ອງໂສ້ການສະໜອງໄມ້ສັກແບບຍືນຍົງ (T2.29; Strengthening Teak Forest Management for Sustainable Teakwood Supply Chains and Trade) ຫ້ອງ K21 ຂອງກອງປະຊຸມດັ່ງກ່າວ ກົງກັບວັນທີ 28 ມີຖຸນາ 2024. ເຫດການດັ່ງກ່າວຖືວ່າ ເປັນນິມິດຫມາຍທີ່ດີ ເປັນການເປີດໂສມໜ້າໃໝ່ໃນເວທີສາກົນໃຫ້ແກ່ສູນຄົ້ນຄວ້າປ່າໄມ້ ເພື່ອສືບຕໍ່ຍົກຖານະບົດບາດຂອງສູນໄປສູ່ມາດຕະຖານໃຫມ່ ແລະ ເປັນທີ່ຮູ້ຈັກຢູ່ໃນເວທີພາກພື້ນ ແລະ ສາກົນ ຢ່າງເປັນຮູບປະທໍາ.

 ໂດຍສັງເຂບແລ້ວ, ກອງປະຊຸມໃຫຍ່ການຄົ້ນຄວ້າປ່າໄມ້ໂລກໃນຄັ້ງນີ້ ຊີ້ໃຫ້ເຫັນໄດ້ແຜນວຽກຈໍາເປັນ ແລະ ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດຢ່າງທັນການ, ຄື: ແຜນວຽກຈໍາເປັນ (1) ຮັບມືວິ​ກິດ​ການ​ເຊື່ອມ​ໂຍງເຖິງກັນ ແລະ ກັນ​ຢ່າງ​ຮ້າຍ​ແຮງ, (2) ເຂົ້າໃຈແຈ້ງຄວາມສໍາຄັນຂອງປ່າໄມ້, ຕົ້ນໄມ້, ແລະ ຜະລິດຕະພັນ ແລະ ການບໍລິການຈາກປ່າໄມ້, (3) ຮັບຮູ້ເຖິງບົດບາດຂອງວິທະຍາສາດ ແລະ ການຄົ້ນຄວ້າກ່ຽວກັບປ່າໄມ້ ແລະ ຄວາມຮູ້ພູມປັນຍາທ້ອງຖີ່ນ, (4) ຈັດການກັບໄພຂົ່ມຂູ່ຕໍ່ການຮ່ວມມືດ້ານວິທະຍາສາດ ແລະ ການຄົ້ນຄວ້າ, ແລະ (5) ເສີມ​ຂະ​ຫຍາຍ​ບົດ​ບາດ​ການ​ສຶກ​ສາ ແລະ ສ້າງຄວາມ​ສາ​ມາດໃຫ້ແກ່ຊາວ​ໜຸ່ມ, ການ​ມີ​ສ່ວນ​ຮ່ວມ ແລະ ການ​ສື່​ສານ. ທີ່ກອງ​ປະ​ຊຸມໃຫຍ່ໄດ້​ຮຽກ​ຮ້ອງ​ໃຫ້​ນໍາ​ໃຊ້ຄວາມ​ຮູ້​​ທີ່​ດີ​ເລີດ​ຂອງ​ນັກວິ​ທະ​ຍາ​ສາດ​ໂລກ​ເພື່ອ​: (1) ສ້າງຄວາມຢືດຢຸ່ນດ້ານປ່າໄມ້ ແລະ ການປັບຕົວຕໍ່ສະພາບອາກາດ, (2) ຮັກສາ ແລະ ສ້າງຄຸນຄ່າທາງສັງຄົມຂອງປ່າໄມ້ເພື່ອຊຸມຊົນທີ່ຍືນຍົງ, (3) ຂະຫຍາຍບົດບາດຂອງປ່າໄມ້ ແລະ ຜະລິດຕະພັນປ່າໄມ້ໃນເສດຖະກິດຊີວະພາບໝູນວຽນທີ່ມີຄວາມຮັບຜິດຊອບ, (4) ຫັນປ່ຽນວິທະຍາສາດທີ່ກ່ຽວຂ້ອງກັບປ່າໄມ້ເພື່ອອະນາຄົດ ແລະ (5) ດໍາເນີນການປະຕິບັດໃນທຸກລະດັບຕາມສີ່ຂໍ້ຄວາມສຳຄັນເຫຼົ່ານີ້ສາມາດປະກອບສ່ວນເຂົ້າໃນການຮັກສາໂລກທີ່ໝັ້ນຄົງ ອັນເປັນການສະໜັບສະໜູນຊີວິດການເປັນຢູ່ ແລະ ຄຸນນະພາບຊີວິດທີ່ດີຂອງປະຊາຊົນບັນດາເຜົ່າ.

ໂດຍ: ປອ. ສີມອນ ວົງຄໍາຮໍ່, ສູນຄົ້ນຄວ້າປ່າໄມ້