National Agriculture and Forestry Research Institute

ໃນຕອນບ່າຍຂອງວັນທີ່ 4 ກໍລະກົດ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຈັດກອງປະຊຸມ ປະເມີນຜົນໂຄງການກາງ ປີ 2024 ຂອງສູນການຮ່ວມມືເພື່ອປະດິດສ້າງ ນະວັດຕະກຳ ກະສິກຳ ສ. ເກົາຫຼີ ຢູ່ທີ່ ຫ້ອງປະຊຸມສຳນັກ ສກປພ ໂດຍການເປັນທະທານຂອງທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຄວນ ໂດຮາ ອານວຍການສູນ ຄົ້ນຄວ້າກະສິກຳສາກົນແຫ່ງປະເທດ ສ. ເກົາຫຼີ (KOPIA), ມີທ່ານຮອງຫົວໜ້າສະຖາບັນ, ທ່ານ ປອ ບຸນຖອງ ບົວຫອມ ອາດີດຫົວໜ້າສະຖາບັນ ແລະ ເປັນປະທານສະມາຄົນຢາງພາລາລາວ, ທ່ານ ປອ ພົມມີ ອິນທະຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍນັກຄົ້ນຄວ້າ, ຫົວໜ້າສູນທີ່ຂຶ້ນກັບສະຖາບັນ, ແລະ ພະນັກງານສູນ KOPIA ປະຈຳ ສປປ ລາວ ເຂົ້າຮ່ວມຈຳນວນ 20 ທ່ານ ຍິງ 5 ທ່ານ.

ຈຸດປະສົງຂອງກອງປະຊຸມປະເມີນຜົນໂຄງການກາງປີ 2024 ຂອງສູນການຮ່ວມມືປະດິດສ້າງນະວັດຕະກຳ ກະສິກຳ ສ. ເກົາຫລີ ແມ່ນເພື່ອປະເມີນຜົນຂອງ 4 ໂຄງການ ປະກອບມີ ຜົນສຳເລັດຂອງໂຄງການ, ບັນຫາ ແລະ ການແກ້ໄຂຂອງ 6 ເດືອນທີ່ຜ່ານມາ ແລະ 6 ເດືອນໃນອະນາຄົດ ແລະ ການວາງແຜນອະນາຄົດຂອງແຕ່ລະປີເພື່ອໃຫ້ໄດ້ຜົນຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນໂດຍຜ່ານການນຳໃຊ້ເຄື່ອງເຕັກໂນໂລຢີທີ່ທັນສະໄໝ.

ກອງປະຊຸມໄດ້ທຳການປະເມີນ ກິດຈະກຳ ແລະ ຜົນສຳເລັດ ຂອງ 4 ໂຄງການຄົ້ນຄວ້າ ໃນໄລຍະ 6 ເດືອນຜ່ານມາ ພ້ອມທັງແຜນ ຕໍ່ໜ້າ ເຊິ່ງເນັ້ນໃສ່ ການສ້າງລາຍຮັບໃຊ້ຊາວກະສິກອນ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ. ບັນດາໂຄງການຄົ້ນຄວ້າດັ່ງກ່າວ ມີ 1)ການຈັດຕັ້ງປະຕິບັດໂຄງການສ້າງພື້ນຖານໃຫ້ແກ່ການຜະລິດເຂົ້າທັນສະໄໝຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ. 2) ໂຄງການຄົ້ນຄວ້າແນວພັນເຂົ້າເພື່ອຄ້ຳປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສີນຄ້າ ໃນ ສປປລ ລາວ.3) ການທົດສອບ ຮູບແບບການຜະລິດ, ການເກັບຮັກສາ, ແລະ ລະບົບການແຈກຢາຍຫົວຜັກບົ່ວແບ່ງ ໃນການເພີ້ມລາຍຮັບໃຫ້ຊາວກະສິກອນ ໃນເຂດຊົນນະບົດ ຂອງ ສປປ ລາວ. ແລະ 4) ການສາທິດການປັບປຸງຜະລິດຕະພາບ ແລະ ຄຸນນະພາບໝາກກ້ຽງນໍ້າບາກ. ເຊິງກອງປະຊຸມຍັງໄດ້ເປີດໃຫ້ມີການສົນທະນາແລກປ່ຽນຄຳຄິດເຫັນຈາກບັນດານັກຄົ້ນຄວ້າ, ການວາງແຜນອະນາຄົດຂອງແຕ່ລະປີເພື່ອໃຫ້ໄດ້ຜົນຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນໂດຍຜ່ານການນຳໃຊ້ເຄື່ອງເຕັກໂນໂລຢີທີ່ທັນສະໄໝ.

ໂຄງການໂຄເປຍຈະປະກອບສ່ວນເພື່ອພັດທະນາ ສປປ ລາວ ກ່ຽວກັບການຄ້ຳປະກັນທາງດ້ານອາຫານໃຫ້ຢືນຍົງ ແລະ ຈັດຫາກຳລັງການເຄື່ອນໄຫວວຽກງານທີ່ດີໂດຍສະເພາະຊາວກະສິກອນໃຫ້ມີຄວາມສາມາດ, ຄວາມເຂັ້ມແຂງ ແລະ ຄວາມເຊື່ອຖື ເພື່ອນຳໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າໃນການຜະລິດ, ສ້າງຜົນສຳເລັດທີ່ດີໂດຍຜ່ານການຈັດຕັ້ງປະຕິບັດຂອງໂຄງການ, ສະນັ້ນກອງປະຊຸມຄັ້ງນີ້ຈະໃຫ້ໂອກາດທີ່ດີສຳລັບພວກເຮົາເພື່ອປະເມີນຄວາມຄືບໜ້າແລະ ໝາກຜົນອັນສຳເລັດຂອງໂຄງການຈະໃຫ້ແນວໃດເພື່ອແກ້ໄຂບັນຫາແລະຍົກລະດັບ ແລະປັບປຸງສະຖານະການໃນປະຈຸບັນໃຫ້ມີຜົນສຳເລັດໃຫ້ດີກວ່າເກົ່າ ກອງປະຊຸມໄດ້ປິດລົງໃນເວລາ 17:00 ໂມງ ຂອງວັນດຽວກັນ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້