National Agriculture and Forestry Research Institute

ໃນວັນທີ 2 ກໍລະກົດ 2024 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດພິທີ ມອບ-ຮັບ ອຸປະກອນປຸກເຮືອນຮົ່ມ, ແນວພັນຜັກ ແລະ ອຸປະກອນອື່ນໆ ໃຫ້ ກຸ່ມບ້ານຊຽງມວກ ແລະ ບ້ານນາໄຊ ນະຄອນຫຼວງພະບາງ ແຊວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ມອບໂດຍ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ, ມີທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າພະແນກ ບໍລິຫານ ແລະ ແຜນການ ສກປພ, ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຫົວໜ້າຂະແໜງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫຼວງພະບາງ, ພ້ອມດ້ວຍພະນັກງານວິຊາການຈາກສູນພືດຜັກ ແລະ ໄມ້ໃຫ້ໝາກ ແລະ ກຸ່ມຊາວກະສິກອນ ບ້ານຊຽງມວກ ແລະ ບ້ານ ນາໄຊ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໃນໂອກາດນີ້ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ກ່າວມອບ ແລະ ມີຄຳເຫັນວ່າ: ພືດ​ຜັກ​ ​​ເປັນ​ພືດ​ທີ່​ມີ​ຄວາມ​ສຳຄັນ​ທາງ​ດ້ານ​ເສດຖະກິດ, ມີ​ຄຸນ​ຄ່າ​ທາງ​ດ້ານ​ໂພ​ສະນາ​ການ​ສູງ ​ເປັນ​ຕົ້ນວິ​ຕະມິນ ​ແລະ ແຮ່​ທາດ​ຕ່າງໆທີ່​ເປັນ​ປະ​ໂຫຍ​ດຕໍ່​ຮ່າງກາຍ. ນອກຈາກ​ນັ້ນການ​ປູກ​ພືດຜັກ ​ເປັນ​ການ​​ໃຊ້​ປະ​ໂຫຍ​ດພື້ນທີ່​ດິນ, ທີ່ໃຫ້ຜົນ​ຕອບ​ແທນ​ສູງ​. ແຕ່ວ່າການຜະລິດພື້ນຜັກນັ້ນ ມີຫຼາຍບັນຫາ ເປັນຕົ້ນແມ່ນ ໃຊ້ຕົ້ນທຶນການຜະລິດພືດຜັກຂ້ອນຂ້າງສູງ ເນື່ອງຈາກຫຼາຍປັດໃຈ ຕ້ອງໄດ້ ນໍາເຂົ້າ ໂດຍສະເພາະ ຝຸ່ນ, ແລະ ລາຄາກໍ່ມີການປັບຕົວເພີ່ມຂື້ນ 3-4 ເທົ່າ, ຊາວກະສິກອນລາວສ່ວນໃຫຍ່ເປັນຊາວກະສິກອນຂະໜາດນ້ອຍ ເຊິ່ງໃນພື້ນທີ່ການຜະລິດຂອງເຂົາເຈົ້າມີການສູນເສຍຂ້ອນຂ້າງສູງ ເນື່ຶອງຈາກບໍ່ມີສາງເຢັນເກັບມ້ຽນ, ຫ້ອງຄັດຜົນຜະລິດ , ການຫຸ່ມຮໍ່ ເຊິ່ງເຮັດໃຫ້ການສູນເສຍມີສູງ ແລະ ມີທຶນຈໍາກັດໃນການລົງທຶນໃສ່ ເຕັກນິກຫຼັງການເກັບກ່ຽວ, ຂາດຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບການຜະລິດ ໃຫ້ເປັນສິນຄ້າ ໂດຍສະເພາະ ການຕອບສະໜອງ ໃຫ້ ທາງພາກບໍລິການ ເຊ່ັນ ຮ້ານອາຫານ, ພັດຕະຄານ, ຮ້ານສະດວກຊື້, ເຊີ່ງຊາວກະສິກອນເຮົາບໍ່ໄດ້ຮັບຜົນປະໂຫຍດ ຈາກການຜະລິດ ເທົ່າທີ່ຄວນ.

ເພື່ອເປັນການແກ້ໄຂບັນຫາ ໃຫ້ຊາວກະສິກອນ ໃນອະນາຄົດສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ໄດ້ມີການຮ່ວມໂຄງການ ພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນອາຊີ (AFACI_Breeding) ຊ່ວຍໃນການສະໜັບສະໜູນ ການສ້າງກຸ່ມຕົວແບບ ຫຼື ພື້ນທີ່ຕົວແບບທາງດ້ານການຜະລິດພືດຜັກໃຫ້ເປັນສິນຄ້າ ເຊີ່ງຈະເປັນພື້ນທີ່ ສາມາດຮຽນຮູ້ ແລະ ເປັນພື້ນທີ່ ໃນການແລກປ່ຽນບົດຮຽນ ໃຫ້ ກຸ່ມຫຼື ພາກສ່ວນອື່ນ.

ໃນການໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນການຜະລິດໃຫ້ແກ່ກຸ່ມຜະລິດພືດຜັກບ້ານຜ່າໂປງ ແລະ ຂໍມອບອຸປະກອນທັງໝົດນີ້ໃຫ້ກັບກຸ່ມເພື່ອໄປນໍາໃຊ້ເຂົ້າການຈັດຕັ້ງປະຕິບັດເພື່ອຍົກລະດັບຄວາມສາມາດ ຂອງກຸ່ມຕົວແບບ ທາງດ້ານ ຜະລິດພືດຜັກ ໃຫ້ເປັນສິນຄ້າ ແລະ ມີລາຍຮັບ ເພິ່ມຂຶ້ນ. ເຊິ່ງອຸປະກອນທີ່ນຳມາມອບໃນຄັ້ງນີ້ປະກອບມີເຮືອນຮົ່ມ 5 ຫຼັງ, ເມັດພັນຜັກ 150 ກລ, ນໍ້າສະໝຸນໄພໄລ່ແມງໄມ້ 100 ຕຸກ, ແຕະກ້າເບ້ຍ 5 ແຕະ ຜ້າຢາງຄຸມໜານປູກ 5 ກໍ້ ລວມມູນຄ່າ ທັງໝົດ 64,900,000 ກີບ.

ກ່າວຮັບໂດຍ: ທ່ານ ນາຍບ້ານ ຊຽງມວກຕາງໜ້າກຸ່ມ ໄດ້ກ່າວຂອບໃຈມາຍັງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຫ້ອງການສະສິກໍາ ແລະ ປ່າໄມ້ ນະຄອນຫຼວງພະບາງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ກະຊວງກະສິກໍາ ແລະ ປ່າໄມ້, ໃນການໃຫ້ການຊ່ວຍເຫຼືອກຸ່ມຜະລິດຜັກຂອງພວກເຮົາຕະຫຼອດມາ ທາງດ້ານເຮື່ອແຮງ, ບຸກຄະລາກອນ, ງົບປະມານ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອ, ສະໜັບສະໜູນ ຈາກພວກທ່ານ ເພື່ອຍົກລະດັບຄວາມສາ ມາດຜະລິດຜັກໃຫ້ເປັນສິນຄ້າໃຫ້ສູງຂຶ້ນ ເພື່ອສົ່ງອອກໄປຕ່າງປະເທດນັບມື້ນັບຫຼາຍຂຶ້ນ.

 ໃນການຊ່ວຍເຫຼືອຄັ້ງນີ້, ເປັນການປະກອບສ່ວນສຳຄັນໃນການຍົກລະດັບຄວາມສາມາດໃນການຜະລິດກໍ່ຄື ການຫັນເປັນທັນສະໄໝ ເພື່ອການຜະລິດຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ. ນອກຈາກນັ້ນ, ການຊ່ວຍເຫຼືອດັ່ງກ່າວ ຈະສາມາດ ຊ່ວຍແກ້ໄຂບັນຫາການຜະລິດພືດຜັກຂອງຊາວສິກອນໃນລະດູຝົນ  ໃຫ້ມີຄວາມຢືນຢົງ, ເພິ່ມລາຍຮັບໃຫ້ຊາວກະສີກອນ, ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ, ແລະ ພັດທະນາຄວາມສາມາດໃຫ້ຊາວກະສິກອນ ໃນການແຂ່ງຂັນ. ແລະ ເປັນການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ທີ່ ສະໜັບສະໜູນວາລະແຫ່ງຊາດຂອງ ລັດຖະບານ.

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້