National Agriculture and Forestry Research Institute

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2024 ທີ່ສູນຄົ້ນຄວ້າການປະມົງ ໄດ້ຈັດພິທີ ເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ອາຄວາເຄົາເຈີ ອອຟລາວ ຈຳກັດ ໂດຍການເປັນປະທານລົງນາມປາກກາໂດຍ ທ່ານ ປອ ນ. ຈັນທະຄອນບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ປອ ອາລຸນ ພົນວິໄຊ ອຳນວຍການ ບໍລິສັດ ອາຄວາເຄົາເຈີ ອອຟລາວ ຈຳກັດ ແລະ ທ່ານ Yu Hsin Henry ຮອງອຳນວຍການ ບໍລິສັດ ອາຄວາເຄົາເຈີ ອອຟລາວ ຈຳກັດ, ເຂົ້າຮ່ວມມີທ່ານ ປອ ເພັດແກ້ວ ພູມະນີວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າພະແນກບໍລິຫານ ແລະ ແຜນການ, ທ່ານ ບຸນສົງ ວົງວິຈິດ ຫົວໜ້າສູນຄົ້ນຄວ້າການປະມົງ, ຮອງຫົວໜ້າສູນ ຄົ້ນຄວ້າການປະມົງ, ມີພະນັກງານ ວິຊາການຈາກສູນຄົ້ນຄວ້າການປະມົງ ແລະ ບໍລິສັດ ທີ່ກ່ຽວຂ້ອງເຂົ້າຮ່ວມ ຈຳນວນ 26 ທ່ານ ຍິງ 7 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອລົງນາມໃນເອກະສານສັນຍາດ້ານການລົງທຶນລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍຄືສູນຄົ້ນຄວ້າການປະມົງ ແລະ ບໍລິສັດ ອາຄົວເຄົາເຈີ ອອຟລາວ ຈຳກັດ ເພື່ອເຮັດໃຫ້ສັນຍາດັ່ງກ່າວມີຜົນສັກສິດນໍາໃຊ້ໄດ້ ສຳລັບການຮ່ວມມືໃນຄັ້ງນີ້ແມ່ນການລົງທືນໃນການຜະລິດລູກປາໃຫ້ສາມາດຕອບສະໜອງຄວາມຕ້ອງການພາຍໃນປະເທດ ໃຫ້ສາມາດທົດແທນການນຳເຂົ້າຈາກຕ່າງປະເທດເຊິ່ງສັນຍາດັ່ງກ່າວມີໄລຍະເວລາ 5 ປີ ແລະ ຄາດວ່າຈະສາມາດຜະລິດລູກປາໄດ້ 10 ລ້ານ ໂຕຕໍ່ປີ. ບໍລິສັດ ອາຄົວເຄົາເຈີ ອອຟລາວ ຈຳກັດ ເປັນບໍລິສັດທີຈົດທະບຽນ ໃນ ສປປ ລາວ ເຊິ່ງມີການເຊື່ອມໂຍງກັບຕະຫຼາດລູກປາ ແລະ ສັດນ້ຳຢູ່ພາຍໃນປະເທດເຊັ່ນ: ບັນດາຟາມລ້ຽງປາເອກະຊົນ ແລະ ກຸ່ມຜູ້ຜະລິດ, ໂຄງການຍົກຍ້າຍຈັດສັນດ້ານຊີວິດການເປັນຢູ່, ແລະ ໂຄງການພັດທະນາກະສິກຳ ຂອງອົງກອນທີ່ບໍ່ຂຶ້ນກັບລັດ ແລະ ສາກົນຕ່າງໆ. ນອກຈາກນັ້ນບໍລິສັດຍັງໄດ້ຮ່ວມມືກັບ ຄູ່ຮ່ວມພັດທະນາ ແລະ ລົງທຶນສາກົນ ເພື່ອຄົ້ນຄວ້າເຕັກນິກການລ້ຽງປາ ແລະ ສັດນ້ຳ ທີ່ທັນສະໄໝ ເພື່ອໝູນໃຊ້ເຂົ້າໃນການພັດທະນາລູກປາ ແລະ ສັດນ້ຳຢູ່ ສປປ ລາວ ບໍລິສັດໄດ້ສະເໜີເປົ້າໝາຍການຄົ້ນຄວ້າ ແລະ ຜະລິດລູກປາ 10-15 ລ້ານໂຕຕໍ່ປີ ຮ່ວມກັບສູນຄົ້ນຄວ້າການປະມົງ. ກອງປະຊຸມໄດ້ປິດລົງໃນເວລາ 11:30 ນາທີຂອງວັນດຽວກັນ.

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້