National Agriculture and Forestry Research Institute

ຂຽນ​ໂດຍ: ນາງ ສຳນຽງ ນົນປະດິດ. ສູນ​ຄົ້ນ​ຄວ້າ​ເຂົ້າ ແລະ ພືດ​ເສດ​ຖະ​ກິດ

ໃນວັນທີ  06 ມີຖຸນາ  2024 ທີ່ຜ່ານມາສູນຄົ້ນຄວ້າເຂົ້າ ແລະ ພືດ​ເສດ​ຖະ​ກິດ ໄດ້ເປີດກອງປະຊຸມໃຫ່ຍ ຄັ້ງທີ V ຂອງໜ່ວຍກໍາມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກີດ ຂອງຕົນຂື້ນຢ່າງເປັນທາງການ  ເຊິ່ງເລີ່ມແຕ່ເວລາ 13:00 ໂມງ  ໂດຍການເປັນປະທານ ຂອງ ສະຫາຍ ປອ ສົມບູນ ໄຊຍະວົງ ປະທານກຳມະບານຮາກຖານ ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສະຫາຍ ແສງທອງ ຟອງຈັນມີໄຊ ຮອງເລຂາໜ່ວຍພັກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດແລະສະຫາຍ ສົມນຶກ ສຸວັດ ປະທານໜ່ວຍກຳມະບານ ສູນຄົ້ນຄ້ວາເຂົ້າ ແລະ ພືດເສດຖະກິດ.

ໃນນັ້ນຍັງມີບັນດາແຂກຈາກອົງການຈັດຕັ້ງ​ມະຫາຊົນຈາກໜ່ວຍອ້ອມຂ້າງພ້ອມດ້ວຍອ້າຍ, ເອື້ອຍ, ນ້ອງສະມາຊິກກຳມະບານເຂົ້າຮ່ວມ ທັງໝົດ ຈໍານວນ 50 ສະຫາຍ, ຍິງ 22ສະຫາຍ.

   ຈຸດປະສົງ:  ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີ (2019-2024). ທິດທາງແຜນການໃນຕໍ່ໜ້າປີ 2025-2029 ຂອງໜ່ວຍກຳມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ແລະ ເພື່ອຄັດເລືອກ​​ປະທານ ພ້ອມດ້ວຍ ຄະນະໜ່ວຍກຳມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຊຸດ​ໃໝ່.

      ກອງປະຊຸມໄດ້ເປັນເອກະພາບກັນ ຢ່າງສົມບູນ ຕໍ່ບົດລາຍງານ ຂອງໜ່ວຍກຳມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກີດ.ໄລຍະ 5 ປີຜ່ານມາ (2019-2024) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ (2025 – 2029).

ຄະນະໜ່ວຍກຳມະບານ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຊຸດເກົ່າໄດ້ຂື້ນຜ່ານໃບສຳຫຼວດການຊີ້ນໍາ-ນໍາພາ ໃນໄລຍະຜ່ານມາ ແລະ ກ່າວອຳລາໜ້າທີ່.

ປະທານກອງປະຊຸມ ສະຫາຍ ປອ ສົມບູນ ໄຊຍະວົງ ໄດ້ສະເໜີມາດຖານຜູ້ສະໝັກ ແລະ ສະເໜີລາຍຊື່ຜູ້ສະໝັກເລືອກຕັ້ງຊຸດໃໝ່, ອ່ານຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຄວບຄຸມການປ່ອນບັດ ແລະ ມອບໜ້າທີໃຫ້ຄະນະຈັດຕັ້ງປ່ອນບັດ ໄດ້ສະເໜີລາຍຊື່ຜູ້ສະໝັກເລືອກຕັ້ງ ໃນນັ້ນລວມມີ 7 ສະຫາຍຄື: ສະຫາຍ ນາງ ສຳນຽງ ນົນປະດີດ. ສະຫາຍ  ຄຳພັນ ໄຊຍະລາດ. ສະຫາຍ ເຂັມຄຳ ຫົງພັກດີ. ສະຫາຍ ນາງ ພັດສະລາກອນ ມະນີວົງ. ສະຫາຍ ວິລະລັກ ສະພັງທອງ. ສະຫາຍ ປອ ກູ່ຄຳ ວິໄລເຮືອງ. ສະຫາຍ ດວງ ສະຫວັນ ລໍວັນໄຊ.ຜ່ານການທາບທາມລົງຄະແນນສຽງຄັດເລືອກເອົາ 3 ສະຫາຍ  ແລະ ຈັດກອງປະຊຸມ ປະຖົມມະລືກຂອງຄະນະຊຸດໃໝ່ຈຶ່ງໄດ້ດໍາເນິນຂື້ນຢ່າງເປັນທາງການ. ໂດຍຄະນະປະ ທານກອງປະຊຸມ ພ້ອມດ້ວຍຄະນະໜ່ວຍກຳມະບານຊຸດໃໝ່ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງວ່າການປະຊຸມໃນຄັ້ງນີ້ໄດ້ມີການເຮັດປະຊາມະຕິ ແລະ ຜົນຂອງການປະຊຸມມີດັ່ງລຸ່ມນີ້: 1). ​ສະຫາຍ ປອ ກູ່ຄໍາ ວິໄລເຮືອງ ເປັນປະທານໜ່ວຍ ຮັບຜິດຊອບຊີ້ນຳລວມແນວຄິດການເມືອງ.

2) ສະຫາຍ ນາງ ສຳນຽງ ນົນປະດິດ ຮອງປະທານໜ່ວຍ ຮັບຜິດຊອບວຽກງານແຜນການ ແລະ ສະຫຼຸບລາຍງານ.

​3) ສະຫາຍ ດວງສະຫວັນ ລໍວັນໄຊ ເປັນຄະນະ ປະທານກວດກາ.​4) ສະຫາຍ ນາງ ພັດສະລາກອນ ມະນີວົງ  ຮອງປະທານກວດກາ ຮັບຜິດຊອບວຽກງານນະໂຍບາຍ ແລະ ການເງິນຂອງໜ່ວຍ. 5) ສະຫາຍ ເຂັ້ມຄໍາ ຫົງພັກດີ ເປັນຄະນະ ຮັບຜິດຊອບລົງເລິກວຽກງານຂະບວນການ 5 ເປັນເຈົ້າ ຮັກຊາດ ແລະ ພັດທະນາ.  

          ສະຫາຍ ປອ ສົມບູນ ໄຊຍະວົງ ປະທານກຳມະບານຮາກຖານ ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຄະນະບໍລິຫານງານກະຊວງກະສິກຳ-ປ່າໄມ້ ແລະ ສະຫາຍ ແສງທອງ ຟອງຈັນມີໄຊ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໃຫ້ກຽດຂື້ນໂອ້ລົມ ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍຄວາມສໍາຄັນຂື້ນຕຶ່ມ ໂດຍເນັ້ນເຖິງຄະນະຊຸດໃໝ່ໃຫ້ເອົາໃຈໃສ່ ສືບຕໍ່ອອກແຮງແກ້ໄຂໃນຊຸມປີຕໍ່ໜ້າ ໃຫ້ມີການຫັນປ່ຽນດີຂຶ້ນເປັນກ້າວໆເຊັ່ນ: ການສຶກສາອົບຮົມວຽກງານການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດໃຫ້ແກ່ສະມາຊິກກຳມະບານ, ການປະຕິບັດຫລັກການຕຳນິສົ່ງຂ່າວຊ່ວຍເຫຼືອເຊິງກັນ ແລະ ກັນພາຍໃນໜ່ວຍ, ການຮ່ວມຊີວິດ ແລະ ສະຫຼຸບລາຍງານໃຫ້ເປັນປົກກະຕິ, ການປະຕິບັດນະໂຍບາຍຕໍ່ສະມາຊິກໃຫ້ທ່ວງທັນກັບຄວາມຕ້ອງການຕົວຈິງ, ການສ້າງຂະບວນການດ້ານຕ່າງໆໃຫ້ຕໍ່ເນື່ອງ; ນອກຈາກນີ້ ຍັງຈະຕ້ອງໄດ້ເອົາໃຈໃສ່ວຽກງານກວດກາໃຫ້ປົກກະຕິ.ກອງປະຊຸມໄດ້ດໍາເນີນຮອດ 16:30 ໂມງ ແລະ ປີດລົງດ້ວຍຜົນສຳເລັດຢ່າງຈົບງາມ.