National Agriculture and Forestry Research Institute

ໃນຕອນບ່າຍຂອງວັນ ອັງຄານ, ວັນທີ 11 ມີຖຸນາ 2024 ເວລາ 13:30 ໂມງ ທີ່ຜ່ານມານີ້ ໜ່ວຍກຳມະບານ ສູນຄົ້ນຄວ້າການປະມົງ (ກມບ.ສປມ) ໄດ້ສຳເລັດການເປີດກອງປະຊຸມໃຫຍ່ ຄັ້ງທີ VII  ຂອງຕົນ. ໂດຍເປັນປະທານ ຮ່ວມຂອງ ທ່ານ ສະຫາຍ ປອ ສົມບູນ ໄຊຍະວົງ ຄະນະສະຫະພັນກຳມະບານ ກະຊວງກະສິກຳ ແລະ ປ່າໄມ້ ປະທານກຳມະບານ ຮາກຖານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສະຫາຍ ບຸນ ສົງ ວົງວິຈິດ ເລຂາໜ່ວຍພັກ ສູນຄົ້ນຄວ້າການປະມົງ ແລະ ສະຫາຍ ສົມພັນ ພິລາວົງ ປະທານ ໜ່ວຍກຳມະບານ ສູນຄົ້ນຄວ້າການປະມົງ. ເຊິ່ງກອງປະຊຸມມີສະມາຊິກ ແລະ ແຂກຖືກເຊີນເຂົ້າຮ່ວມ ຈຳນວນ ທັງໝົດ 26 ສະຫຍ, ຍິງ 9  ສະຫາຍ.

ຈຸດປະສົງ 1) ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງໜ່ວຍ ຄັ້ງທີ VI ໃນຊ່ວງໄລຍະ 5 ປີຜ່ານມາ (2019-2023) ແລະ ການວາງທິດທາງແຜນການເຄື່ອນໄຫວ 5 ປີຕໍ່ໜ້າ ຄັ້ງທີ VII (2024-2028). 2) ເພື່ອປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ຂອງກຳມະບານໜ່ວຍ ສູນຄົ້ນຄວ້າການປະມົງ. ກອງປະຊຸມ ສະຫາຍ ສົມພັນ ພິລາວົງ ປະທານ ໜ່ວຍໄດ້ນຳສະເໜີຜົນການປະຕິບັດວຽກງານ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບວຽກງານວິຊາສະເພາະ ໃນຊ່ວງໄລຍະ 5 ປີຜ່ານມາ, ຈາກນັ້ນ ໄດ້ເປີດກວ້າງ ໃຫ້ສະມາຊິກແຕ່ລະສະຫາຍ ໄດ້ປະກອບຄຳຄິດ ຄຳເຫັນໃສ່ຮ່າງບົດລາຍງານການເມືອງ, ກອງປະຊຸມເຫັນດີເປັນເອກະພາບສູງຕໍ່ການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນໄລຍະ 5 ປີຜ່ານມາ. ຈາກນັ້ນ, ຄະນະຊຸດເກົ່າກໍ່ໄດ້ ຂຶ້ນຜ່ານບົດສຳຫຼວດການນຳພາ ແລະ ກ່າວອຳລາໜ້າທີ່. ຕ9ມາ ປະທານກອງປະຊຸມ ໄດ້ນໍາສະເໜີມາດຖານເງື່ອນໄຂຂອງຜູ້ສະໝັກເລືອກຕັ້ງຄະນະບໍລິຫານງານກໍາມະບານຊຸດໃໝ່ ຄັ້ງທີ VII ແລະ ອ່ານຂໍ້ຕົກລົງວ່າດ້ວຍການອະນຸມັດບຸກຄະລາກອນເຂົ້າສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານກໍາມະບານ ໜ່ວຍ ສປມ ຊຸດໃໝ່ ສະບັບເລກທີ 016/ກມບ.ສກປພ ລົງວັນທີ 07 ພຶດສະພາ 2024. ເຊິ່ງຜູ້ສະໝັກ  ປະກອບມີ 5 ທ່ານ ຄື: ສ/ຫ ສົມພັນ ພິລາວົງ, ສ/ຫ ສະເຫຼີມພອນ ຈັນທະວົງ, ສ/ຫ ປອ ນ ຕິກ ນວນທະວົງ, ສ/ຫ ທົງສະຫວັນ ແກ້ວມະນີ ແລະ ສ/ຫ ອຸໄລທຳ ລາສະຊີມມາ. ຜ່ານການປ່ອນບັດເລືອກຕັ້ງ ເອົາຄະນະຊຸດໃໝ່ ໄດ້ຈໍານວນ 3 ທ່ານ ຄື: 1) ສ/ຫ ປອ ນ ຕິກ ນວນທະວົງ ເປັນປະທານໜ່ວຍ, 2) ສ/ຫ ທົງສະຫວັນ ແກ້ວມະນີ ເປັນຮອງປະທານ ແລະ ສ/ຫ ສົມພັນ ພິລາວົງ ເປັນຄະນະ ຜູ້ກວດກາໜ່ວຍ. ຈາກນັ້ນກໍ່ໄດ້ຮັບຟັງການໂອລົມຂອງ ສະຫາຍ ທ່ານ ປະທານ ແລະ ສະຫາຍ ເລຂາໜ່ວຍພັກ ສູນຄົ້ນຄວ້າການປະມົງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະກຳມະບານຊຸດໃໝ່  ໃນການຈັດຕັ້ງປະຕິບັນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນຊ່ວງ 5 ປີຕໍ່ໜ້າ (2024-2028). ກອງປະຊຸມໄດ້ດໍາເນີນມາຮອດເວລາ 16:30 ໂມງ ແລະ ປິດລົງໃນວັນດຽວກັນ ດ້ວຍໝາກຜົນສໍາເລັດອັນຈົບງາມ.

ໂດຍ: ສົມພັນ ພິລາວົງ. ສູນຄົ້ນຄວ້າການປະມົງ