National Agriculture and Forestry Research Institute

       

ຮຽບຮຽງໂດຍ: ນ.ແສງທຽນ ສີສະເກດ

             ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2024. ທີ່ຜ່ານມາທີ່ຫ້ອງປະຊຸມສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຊາວໜຸ່ມໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ ສີມອນ ວົງຄຳຣໍ່  ຮອງເລຂາຮາກຖານຊາວໜຸ່ມ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ສະຫາຍ ພັດທະນາ ແສງອຸ່ນແກ້ວ ເລຂາຊາວໜຸ່ມໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ກອງປະຊຸມມີຜູ້ເຂົ້າຮ່ວມ ທັງໝົດ 22 ສະຫາຍ, ເຊິ່ງມາຈາກຫຼາຍພາກສວນ ຊາວໜຸ່ມຮາກຖານສກປພ, ໜ່ວຍອ້ອມຂາງ ສກປພ, ຫົວໜ້າສູນ ແລະ ຕ່າງໜ້າ 3 ອົງການຈັດຕັ້ງມະຫາຊົນຂອງ ສຜໝ. ຈຸດປະສົງ 1) ເພື່ອສະຫຼູບຕີລາຄາການຈັດຕັ້ງປະຕີບັດ ປະຈໍາສົກປີ 2019-2024 ແລະ ແຜນການປະຈໍາສົກປີ 2024-2029  2). ເພື່ອປ່ອນບັດເລືອກຕັ້ງຄະນະບໍລິຫານຊາວໜຸ່ມຊຸດໃໝ່ ຂອງໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ກອງປະຊຸມໄດ້ດໍາເນີນໄປຕາມຂໍ້ຕົກລົງເປີດກອງປະຊຸມໃຫ່ຍຄັ້ງທີ II ຂອງໜ່ວຍຊາວໜຸ່ມສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສະບັບເລກທີ 251/ ຄລຂ ລົງວັນທີ 12 ພືດສະພາ 2022. ຈາກນັ້ນ, ເລຂາໜ່ວຍຊາວ   ໜຸ່ມໜ່ວຍຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ອ່ານສະຫລຸບ​ຕີ​ລາຄາ​ການ​ປະຕິບັດ​ວຽກງານ ປະຈໍາສົກປີ 2019-2024 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາສົກປີ 2024-2029 ແລະ  ເປີດໃຫ້ຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດຄຳເຫັນຕໍ່ບົດສະຫຼູບຜົນງານ, ຂໍ້ຄົງຄ້າງ ແລະ ທິດທາງແຜນການຢ່າງມີຄວາມຮັບຜິດຊອບສູງ ແລະ ກອງປະຊຸມໄດ້ເອກະພາບກັນຮັບຮອງເອົາບັນດາເນື້ອໃນ ແລະ ຄາດໝາຍສູ້ຊົນຢ່າງສົມບູນ. ກອງປະຊຸມໄດ້ດໍາເນີນຕາມວາລະໂດຍຄະນະຊຸດເກົ່າໄດ້ຂຶ້ນຜ່ານບົດສໍາຫຼວດການນຳພາ ແລະ ກ່າວອໍາລາໜ້າທີ. ຈາກນັ້ນ, ປະທານກອງປະຊຸມໄດ້ຜ່ານມາດຕະຖານຜູ້ສະໝັກຄັກເລືອກຄະນະໜ່ວຍຊຸດໃໝ່ ແລະ ຄະນະຮັບຜິດຊອບປ່ອນບັດເລືອກຕັ້ງ ເຊິ່ງມີບຸກຄະລະກອນເຂົ້າເລືອກຄະນະໜ່ວຍຊຸດໃໝ່ ປະກອບມີ 5 ສະຫາຍ ຄື: 1. ສະຫາຍ ພັດທະນາ ແສງອຸ່ນແກ້ວ, 2. ສະຫາຍ ແວວປະເສີດ ຄໍາພາຜົງຜ່ານ, 3. ສະຫາຍ ເພັດສະບູນ ຍູ້ວັນນະສັກ, 4. ສະຫາຍ ສັກສະຫຍາມ ພະນົມສຸກ ແລະ 5. ສະຫາຍ ນ. ມາລາວັນ ໄຊຍະສິດ, ເພື່ອຄັດເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງຂອງສະມາຊິກ ທັງໝົດ 19 ສະຫາຍ ສາມາດຄັດເລືອກໄດ້ຄະນະໜ່ວຍ ຊປປລ ສຜໝ ຊຸດໃໝ່ ຈຳນວນ 3 ສະຫາຍ ຄື: ສະຫາຍພັດທະນາ ແສງອຸ່ນແກ້ວ ເປັນເລຂາ, ສະຫາຍ ແວວປະເສີດ ເປັນຮອງເລຂາ ແລະ ສະຫາຍ ນ. ມາລາວັນ ໄຊຍະສິດ ເປັນຄະນະ. ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ອັນມີຄວາມໝາຍ, ຄວາມສໍາຄັນຢ່າງເລິກເຊິ່ງ ຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສຜໝ, ສະຫາຍ ປອ ສີມອນ ວົງຄໍາຮໍ່ ຮອງເລຂາຄະນະ ຊປປລ ຮາກຖານ ສກປພ ຊຶ່ງໄດ້ໃຫ້ທິດຊີ້ນໍາ ເພື່ອເປັນເຂັມທິດເຍືອງທາງ ແລະ ທັງເປັນຂີດໝາຍອັນສໍາຄັນໃຫ້ແກ່ຄະນະໜ່ວຍຊຸດໃໝ່ ແລະ ສະມາຊິກພາຍໃນໜ່ວຍ, ເພື່ອນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ມີຜົນໄດ້ຮັບເປັນຢ່າງດີ ແລະ ໃຫ້ປະກົດຜົນເປັນຈິງ.

ກອງປະຊູມໃຫຍ່ຄັ້ງນີ້ໄດ້ຮຽກຮ້ອງມາຍັງຄະນະໜ່ວຍ ຊປປລ, ສະມາຊິກ ຊປປລ ທຸກທົ່ວໜ້າ ຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າ ເຊື່ອມຊືມຕາມແນວທາງຂອງພັກ, ປະຕິບັດຕາມມະຕິກອງປະຊຸມໃຫຍ່ວາງອອກໃຫ້ໄດ້ຮັບຜົນເປັນຢ່າງດີ, ເພີ້ມທະວີສະຕິຕໍ່ການຈັດຕັ້ງ, ນັບຖືກົດລະບຽບຂອງຊາວໜຸ່ມ, ກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ, ເພີ້ມທະວີຄວາມຮູ້-ຄວາມສາມາດຂອງຕົນໃຫ້ສູງຂື້ນ, ໃນທຸກຂົງເຂດວຽກງານແຕ່ລະດ້ານ ເພື່ອພ້ອມກັນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍຄື ວຽກງານຂອງຂັ້ນເທິງວາງອອກ ໃຫ້ມີຜົນສໍາເລັດເປັນກ້າວໆມາ.