National Agriculture and Forestry Research Institute

ຮຽບຮຽງໂດຍ: . ອັ໋ນ ສີວົງສາ

ຕິດຕໍ່ໂທ: 020 98882819

ວິຊາການ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

       ໃນຕອນບ່າຍຂອງວັນທີ 10 ມີຖຸນາ 2024 ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ມີພິທີເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ອີເຄ ຟາມແອນຟາມ ຈຳກັດຜູ້ດຽວ ໂດຍ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Mr. SONG POOREUM ຮອງປະທານບໍລິສັດ ອີເຄ ຟາມແອນຟາມ ຈຳກັດຜູ້ດຽວ. ໄດ້ໃຫ້ກຽດເປັນປະທານຮ່ວມໃນຄັ້ງນີ້.

     ພິທີການເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ອີເຄ ຟາມແອນຟາມ ຈຳກັດຜູ້ດຽວ. ແມ່ນເລີ່ມພິທີໃນ ເວລາ 14:00 ໂມງ ຂອງວັນທີ 10 ມີຖຸນາ 2024 ເຊິ່ງໄດ້ມີແຂກເຂົ້າຮ່ວມທັງໝົດແມ່ນ 13 ທ່ານ, ຍິງ 6 ທ່ານ.

     ໃນພິທີການດັ່ງກ່າວ ທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າພະແນກແຜນການ ແລະ ການຮ່ວມມື ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ໄດ້ຂື້ນອ່ານຜ່ານ ບົດສັນຍາການຮ່ວມມື ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ: ພັດທະນາການປູກມອນ-ລ້ຽງມ້ອນໃນຮູບແບບກະສິກຳເຊິງທ່ອງທ່ຽວໂດຍປະຊາຊົນມີສວນຮ່ວມ ໃຫ້ທັງສອງຝ່າຍເຂົ້າໃຈ ແລະ ເຫັນດີຕໍ່ບົດສັນຍາສະບັບນີ້.

     ຕໍ່ມາ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ໄດ້ໃຫ້ຄຳເຫັນຕໍ່ບົດເຊັນສັນຍາຮວ່ມມື, ເຫັນວ່າໂຄງການດັ່ງກ່າວແມ່ນມີຄວາມສຳຄັນຫຼາຍຕໍ່ວຽກງານຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍສະເພາະແມ່ນວຽກງານຄຳ້ປະກັນທາງດ້ານສະບຽງອາຫານ ແລະ ພັດທະນາຊົນນະບົດ ສຳລັບການເຮັດວຽກແມ່ນຈະເຮັດໄປຕາມແຜ່ນ, ໃນນັ້ນ, ທ່ານ Mr. SONG POOREUM ຮອງປະທານບໍລິສັດ ອີເຄ ຟາມແອນຟາມ ຈຳກັດຜູ້ດຽວ ກໍ່ໄດ້ໃຫ້ຄຳເຫັນເຊັ່ນດຽວກັນ ທາງບໍລິສັດແມ່ນເຫັນດີໃນບົດສັນຍາຮ່ວມມືໂຄງການ ແລະ ຂໍຂອບໃຈທາງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ຄືທາງ ພາກລັດ ທີ່ໃຫ້ໂອກາດໃນການຮ່ວມມືຄັ້ງນີ້.

        ໃນວາລະສຸດທາ້ຍທັງສອງຝ່າຍກໍ່ເຫັນດີລົງນາມລາຍເຊັນບົດສັນຍາການຮ່ວມມືໂຄງການ: ພັດທະນາການປູກມອນ-ລ້ຽງມ້ອນໃນຮູບແບບກະສິກຳເຊິງທ່ອງທ່ຽວໂດຍປະຊາຊົນມີສວນຮ່ວມ. ຢ່າງສົມບູນ.