National Agriculture and Forestry Research Institute

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ

 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໃນຕອນບ່າຍຂອງວັນທີ 06 ມິຖຸນາ 2024 ເວລາ 13:30 ໂມງ ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງກໍາມະບານ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາສົກປີ 2019-2024, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມພັນ ພິລາວົງ  ປະທານກໍາມະບານຮາກຖານ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ເຊິ່ງກອງປະຊຸມມີສະມາຊິກກໍາມະບານເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 9 ສະຫາຍ. ຈຸດປະສົງ 1) ເພື່ອສັງເກດສະຫຼຸບຕີລາຄາການເຄື່ອນໄຫວ ໃນໄລຍະ 5 ປີ ຜ່ານມາ (2019-2024), ການວາງທິດທາງແຜນການເຄື່ອນໄຫວ 5 ປີຕໍ່ໜ້າ (2024-2029). 2) ເພື່ອຄັດເລືອກເອົາຄະນະບໍລິຫານງານກໍາມະບານ ຊຸດໃໝ່ ຂອງໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກການນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະຜ່ານມາ ແລະ ໄດ້ເປີດໂອກາດໃຫ້ແຕ່ລະທ່ານປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຂອງບົດລາຍງານ ແລະ ກອງປະຊຸມເຫັນດີເປັນເອກະພາບສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະ 5 ປີ ຜ່ານມາ, ພ້ອມນັ້ນ ຄະນະກໍາມະບານຊຸດເກົ່າກໍ່ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາ ແລະ ກ່າວອໍາລາໜ້າທີ່ ຈາກນັ້ນ, ປະທານກອງປະຊຸມ ໄດ້ນໍາສະເໜີມາດຖານເງື່ອນໄຂຂອງຜູ້ສະໝັກເລືອກຕັ້ງຄະນະບໍລິຫານງານກໍາມະບານຊຸດໃໝ່ ແລະ ອ່ານຂໍ້ຕົກລົງວ່າດ້ວຍການອະນຸມັດບຸກຄະລາກອນເຂົ້າສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານກໍາມະບານ ໜ່ວຍ ສຜໝ ຊຸດໃໝ່ ສະບັບເລກທີ 012/ກມບ.ສກປພ ລົງວັນທີ 31 ພຶດສະພາ 2024 ເຊິ່ງຜູ້ສະໝັກ ປະກອບມີ 5 ທ່ານ ຄື: ທ່ານ ໜູພອນ ຄໍາຊົມພູ, ທ່ານ ນາງ ຈັນສະໝອນ ສີສຸວົງ, ທ່ານ ນາງ ຕຸ່ງລ່ຽນ ວິໄລພອນ, ທ່ານ ສັກສະຫຍາມ ພະນົມສຸກ ແລະ ທ່ານ ເພັດສະບູນ ຍຸວັນນະສັກ. ໃນນັ້ນກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະສະຫາຍໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ ຜົນຂອງການຄັດເລືອກເອົາຄະນະຊຸດໃໝ່ ໃນຄັ້ງນີ້ສາມາດຄັດເລືອກໄດ້ ຈໍານວນ 3 ທ່ານ ຄື: 1) ທ່ານ ນາງ ຕຸ່ງລຽນ ວິໄລພອນ ເປັນປະທານ, 2) ທ່ານ ສັກສະຫຍາມ ພະນົມສຸກ ເປັນຮອງປະທານ ແລະ 3) ທ່ານ ເພັດສະບູນ ຍຸວັນນະສັກ ເປັນຄະນະ. ຈາກນັ້ນປະທານກໍາມະບານ ຮາກຖານສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ຜູ້ຊີ້ນໍາວຽກ 3 ອົງການຈັດຕັ້ງມະຫາຊົນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໃນການຈັດຕັ້ງປະຕິບັນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນຕໍ່ໜ້າ ກອງປະຊຸມໄດ້ດໍາເນີນມາຮອດເວລາ 16 :30 ໂມງ ແລະ ປິດລົງດ້ວຍໝາກຜົນສໍາເລັດອັນຈົບງາມ.