National Agriculture and Forestry Research Institute

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໃນວັນທີ 30/5/2024 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ສູນຄົ້ນຄ້ວາເສດຖະກິດຊົນນະບົດ ແລະ ຕໍ່ການປັບຕົວປ່ຽນແປງດິນຟ້າອາກາດ ໄດ້ເປີດການຝຶກອົບຮົມໃນຫົວຂໍ້ ການຜະລິດພືດຜັກໃຫ້ເປັນສິນຄ້າ ໃຫ້ແກ່ພະນັກງານວິຊາການຂັ້ນແຂວງ, ຂັ້ນເມືອງ ແລະ ຊາວກະສິກອນທີ່ມາຈາກແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 31 ທ່ານ ແລະ ທີມຄູຝຶກແມ່ນວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ ໂດຍສະເພາະການຄົ້ນຄວ້າທາງດ້ານການປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດຂອງການຜະລິດພືດຜັກ, ໄມ້ໃຫ້ໝາກ ພ້ອມທັງການປ້ອງກັນພະຍາດແມງໄມ້ສັດຕູພືດ ແລະ ການແປຮູບຜະລິດຕະພັນກະສິກໍາ.

ການດໍາເນີນການຈັກຕັ້ງປະຕິບັດໃນການຝຶກອົບຮົມ ແມ່ນປະກອບມີ 2 ພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊິ່ງໃນພາກທິດສະດີ ທ່ານ ປອ ທອງຄູນ ສີສະໄພທອງ ໄດ້ນໍາສະເໜີປະຫວັດຄວາມເປັນມາ ແລະ ພາລະບົດບາດ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນ ເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າທີ່ກ່ຽວຂ້ອງຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ຈາກນັ້ນ, ກໍ່ໄດ້ສາທິດບັນດາເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ ແລະ ເຕັກນິກການປ້ອງກັນ, ກໍາຈັດ ແມງໄມ້ສັດຕູພືດ ນອກຈາກນັ້ນຍັງໄດ້ລົງຢ້ຽມຢາມເບິ່ງພື້ນທີ່ກຸ່ມຕົວແບບ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ໃນການຝຶກອົບຮົມ ແລະ ແລກປ່ຽນບົດຮຽນພາກສະໜາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນ ແລະ ແລກປ່ຽນບົດຮຽນທາງດ້ານພືດຜັກ, ໄມ້ໃຫ້ໝາກ ແລະ ການປ້ອງກັນພະຍາດແມງໄມ້ສັດຕູພືດ ເຊັ່ນ: ການສໍາຫຼວດ ແລະ ເຕົ້າໂຮມແນວພັນພືດຜັກຂອງລາວ, ການອະນຸລັກແຫຼ່ງເຊື້ອພັນພືດຜັກ, ການທົດສອບ ແລະ ຄັດເລືອກສາຍພັນພືດຜັກທີ່ເໝາະສົມໃນສະພາບແວດລ້ອມຂອງລາວ, ການຜະລິດເມັດພັນພືດຜັກຮ່ວມກັບຊາວກະສິກອນ,​ ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ເຕັກນິກການປ້ອງກັນພືດ ແລະ ການຈັດການຫຼັງການເກັບກ່ຽວ ເຊິ່ງຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ. ຜົນຈາກການຈັດຕັ້ງປະຕິບັດໃນການຝຶກອົບຮົມເຫັນວ່າ ນັກສໍາມະນາກອນໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈເຖິງບັນຫາ, ຄວາມສໍາຄັນ ແລະ ສະພາບຄວາມຈໍາເປັນຂອງການຜະລິດພືດຜັກ ເຊິ່ງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈໍາກັດ ຂອງການຜະລິດພືດຜັກ ເຊັ່ນ: ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ສາມາດຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ, ບໍ່ມີການວາງແຜນການຜະລະລິດທີ່ດີ, ຕົ້ນທຶນການຜະລິດສູງ, ຕະຫຼາດບໍ່ມີຄວາມແນ່ນອນ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາທີ່ສໍາຄັນອີກອັນໜຶ່ງກໍ່ແມ່ນບັນຫາການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດ ທີ່ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນການຜະລິດພືດຜັກໃນຊ່ວງລະດູຝົນ.