National Agriculture and Forestry Research Institute

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສາວກະສິກຳ ແລະ ປ່າໄມ້

ໃນວັນທີ 29 ພຶດສະພາ 2024 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດພິທີ ມອບ-ຮັບ ອຸປະກອນປຸກເຮືອນຮົ່ມ, ແນວພັນຜັກ ແລະ ອຸປະກອນອື່ນໆ ໃຫ້ກຸ່ມຜະລິດພືດຜັກ ຕົວແບບ ທີ່ນໍາໃຊ້ ແນວພັນໃໝ່, ເຕັກນິກການຜະລິດແບບໃໝ່ ຢູ່ທີ່ ບ້ານຜາໂປງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຈາກໂຄງການ (KOPIA) ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ປອ ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ທະນາຊົນນະບົດ, ທ່ານ ດາລາພອນ ພົນສະຫວັດດີ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ ແລະ ທ່ານ ຄວນ ໂດຮາ ອຳນວຍການສູນໂກເປຍປະຈຳ ສປປລາວ (KOPIA), ມີທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ ວົງວິໄລ ວົງຄໍາຊາວ ຫົວໜ້າ ພະແນກບໍລິຫານ-ແຜນການ ສກປພ, ທ່ານ ຄໍາໝັນ ຫຼວງລາດ ຮອງຫົວໜ້າ ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ, ທ່ານ ວິລະພົນ ສຸລິນພົມມີ ຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງທ່າພະບາດ, ກອງກໍ່ສ້າງຮາກຖານແຂວງ ປະຈໍາເມືອງທ່າພະບາດ, ພະນັກງານ ວິຊາການ ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຄະນະຈັດຕັ້ງ ບ້ານຜາໂປ່ງ ພ້ອມດ້ວຍຊາວກະສິກອນກຸ່ມເປົ້າໝາຍໂຄງການເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ນາງ ປອ ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ກ່າວມອບ ແລະ ມີຄຳເຫັນວ່າ: ພືດ​ຜັກ​ ​​ເປັນ​ພືດ​ທີ່​ມີ​ຄວາມ​ສຳຄັນ​ທາງ​ດ້ານ​ເສດຖະກິດ, ມີ​ຄຸນ​ຄ່າ​ທາງ​ດ້ານ​ໂພ​ສະນາ​ການ​ສູງ ​ເປັນ​ຕົ້ນວິ​ຕະມິນ ​ແລະ ແຮ່​ທາດ​ຕ່າງໆທີ່​ເປັນ​ປະ​ໂຫຍ​ດຕໍ່​ຮ່າງກາຍ. ນອກຈາກ​ນັ້ນການ​ປູກ​ພືດຜັກ ​ເປັນ​ການ​​ໃຊ້​ປະ​ໂຫຍ​ດພື້ນທີ່​ດິນ, ທີ່ໃຫ້ຜົນ​ຕອບ​ແທນ​ສູງ​. ແຕ່ວ່າການຜະລິດພື້ນຜັກນັ້ນ ມີຫຼາຍບັນຫາ ເປັນຕົ້ນແມ່ນ ໃຊ້ຕົ້ນທຶນການຜະລິດພືດຜັກຂ້ອນຂ້າງສູງ ເນື່ອງຈາກຫຼາຍປັດໃຈ ຕ້ອງໄດ້ ນໍາເຂົ້າ ໂດຍສະເພາະ ຝຸ່ນ, ແລະ ລາຄາກໍ່ມີຫານປັບຕົວເພື້ມຂື້ນ 3-4 ເທົ່າ, ຊາວກະສິກອນລາວສ່ວນໃຫຍ່ເປັນຊາວກະສິກອນຂະໜາດນ້ອຍ ເຊິ່ງໃນພື້ນທີ່ການຜະລິດຂອງເຂົາເຈົ້າມີການສູນເສຍຂ້ອນຂ້າງສູງ ເນື່ຶອງຈາກບໍ່ມີສາງເຢັນເກັບມ້ຽນ, ຫ້ອງຄັດຜົນຜະລິດ , ການຫຸ່ມຮໍ່ ເຊິ່ງເຮັດໃຫ້ການສູນເສຍມີສູງ ແລະ ມີທຶນຈໍາກັດໃນການລົງທຶນໃສ່ ເຕັກນິກຫຼັງການເກັບກ່ຽວ, ຂາດຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບການຜະລິດ ໃຫ້ເປັນສິນຄ້າ ໂດຍສະເພາະ ການຕອບສະໜອງ ໃຫ້ ທາງພາກບໍລິການ ເຊ່ັນ ຮ້ານອາຫານ, ພັດຕະຄານ, ຮ້ານສະດວກຊື້, ເຊີ່ງຊາວກະສິກອນເຮົາບໍ່ໄດ້ຮັບຜົນປະໂຫຍດ ຈາກການຜະລິດ ເທົ່າທີ່ຄວນ. 

ເພື່ອເປັນການແກ້ໄຂບັນຫາ ໃຫ້ຊາວກະສິກອນ ໃນອະນາຄົດສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ໄດ້ມີການຮ່ວມມືກັບ (ໂຄງການ ການທົດສອບ ຮູບແບບການຜະລິດ ແລະ ການເກັບຮັກສາ, ແລະ ລະບົບການແຈກຢາຍຫົວຜັກບົ່ວແບ່ງ ໃນການເພີ່ມລາຍຮັບໃຫ້ຊາວກະສິກອນ ໃນເຂດຊົນນະບົດ ຂອງ ສປປ ລາວ, KOPIA) ຊ່ວຍໃນການສະໜັບສະໜູນ ການສ້າງກຸ່ມຕົວແບບ ຫຼື ພື້ນທີ່ຕົວແບບທາງດ້ານການຜະລິດພືດຜັກໃຫ້ເປັນສິນຄ້າ ເຊິ່ງຈະເປັນພື້ນທີ່ ສາມາດຮຽນຮູ້ ແລະ ເປັນພື້ນທີ່ ໃນການແລກປ່ຽນບົດຮຽນ ໃຫ້ ກຸ່ມຫຼື ພາກສ່ວນອື່ນໆ.

ໃນການໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນການຜະລິດໃຫ້ແກ່ກຸ່ມຜະລິດພືດຜັກບ້ານຜ່າໂປງ ແລະ ຈະໄດ້ມອບອຸປະກອນທັງໝົດນີ້ໃຫ້ກັບກຸ່ມເປົ້າໝາຍໂຄງການ ເພື່ອໄປນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດເພື່ອຍົກລະດັບຄວາມສາມາດ ຂອງກຸ່ມຕົວແບບ ທາງດ້ານ ການຜະລິດພືດຜັກ ໃຫ້ເປັນສິນຄ້າ ແລະ ມີລາຍຮັບ ເພີ່ມຂຶ້ນ. ເຊິ່ງອຸປະກອນທັງໝົດ ມີລາຍລະອຽດດັ່ງລຸ່ມນີ້. ມູນຄ່າ ທັງໝົດ 56,600,000 ກີບ.

ທ່ານ ກູ້ ຈັນທະວົງ ນາຍບ້ານຜາໂປ່ງ ໄດ້ກ່າວສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຫ້ອງການສະສິກໍາ ແລະ ປ່າໄມ້ເມືອງທ່າພະບາດ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ, ກະຊວງກະສິກໍາ ແລະ ປ່າໄມ້, ໃນການໃຫ້ການຊ່ວຍເຫຼືອກຸ່ມຜະລິດຜັກໃນຄັ້ງນີ້ ແລະ ເປັນການປະກອບສ່ວນສຳຄັນໃນການຍົກລະດັບຄວາມສາມາດໃນການຜະລິດກໍ່ຄື ການຫັນເປັນທັນສະໄໝ ເພື່ອການຜະລິດຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ. ນອກຈາກນັ້ນ, ການຊ່ວຍເຫຼືອດັ່ງກ່າວ ຈະສາມາດ ຊ່ວຍແກ້ໄຂບັນຫາການຜະລິດພືດຜັກຂອງຊາວສິກອນໃນລະດູຝົນ  ໃຫ້ມີຄວາມຢືນຢົງ, ເພິ່ມລາຍຮັບໃຫ້ຊາວກະສີກອນ, ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ, ແລະ ພັດທະນາຄວາມສາມາດໃຫ້ຊາວກະສິກອນ ໃນການແຂ່ງຂັນ. ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອ, ສະໜັບສະໜູນ ຈາກພວກທ່ານ ເພື່ອຍົກລະດັບຄວາມສາ ມາດຜະລິດຜັກໃຫ້ເປັນສິນຄ້າໃຫ້ສູງຂຶ້ນ ເພື່ອສົ່ງອອກໄປຕ່າງປະເທດນັບມື້ນັບຫຼາຍຂຶ້ນ.