National Agriculture and Forestry Research Institute

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ໃນວັນທີ 21 ພຶດສະພາ 2024 ທີ່ຜ່ານມາ ຢູ່ທີ່ບ້ານ ນາແຊງ ເມືອງ ເຟືອງ ແຂວງ ວຽງຈັນ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມ ກັບບໍລິສັດ ແສງຮົມໂພ ໂຮນດີ້ງ ນໍາເຂົ້າ-ສົ່ງອອກ, ໄດ້ຈັດພິທີມອບ-ຮັບ ແນວພັນ ມອນ ຈຳນວນ 150,000 ທ່ອນພັນ ພາຍໃຕ້ໂຄງການ (ເສັ້ນທາງສາຍໄໝເພື່ອຫຼຸດຜ່ອນຄວາມທຸກຍາກ) ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ນ. ປອ ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ພົງສິດ ວົງຂຸນສີ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ເຟືອງ, ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນພຶດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ນ. ຂວັນລືດີ ບຸກາກ ປະທານບໍລິສັດແສງຮົມໂພໂຮນດິ້ງນໍາເຂົ້າ-ສົ່ງອອກ ມີພະນັກງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ພ້ອມດ້ວຍປະຊາຊົນກຸ່ມຜະລິດພາຍໃນບ້ານເຂົ້າຮ່ວມ.

ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງໂຄງການເສັ້ນທາງສາຍໄໝເພື່ອຫຼຸດຜ່ອນຄວາມທຸກຍາກ ເປັນໂຄງການໜຶ່ງທີ່ສະໜັບສະໜູນ 4 ແຜນງານຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ວາລະແຫ່ງຊາດຂອງລັດຖະບານລາວ ໃນການສົ່ງເສີມການຜະລິດເປັນສິນຄ້າເພື່ອແກ້ໄຊບັນຫາທາງດ້ານເສດຖະກິດໃນປັດຈຸບັນ

ໂຄງການນີ້ຈະຖືກຈັດຕັ້ງປະຕິບັດແຕ່ປີ 2024-2026 (ເປັນເວລາ 3 ປີ) ເຊິ່ງຈະຈັດຕັ້ງໃນ 6 ແຂວງ, 18 ເມືອງຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຈຳປາສັກ ແລະ ອັດຕະປື ເຊິ່ງເລັ່ງໃສ່ 3 ກິດຈະກຳຫຼັກ ໃນການທົດສອບຮູບແບບການຜະລິດແບບໃໝ່ຄື: ການປູກພືດໃຫ້ເປັນສິນຄ້າ, ປູກໄມ້ໃຫ້ໝາກໃຫ້ເປັນສິນຄ້າ ແລະ ປູກມອນລ້ຽງມ້ອນ ໃຫ້ເປັນສິນຄ້າ ໃນການຈັດຕັ້ງປະຕິບັດໂດຍອີງໃສ່ພື້ນທີ່ ທີ່ມີທ່າແຮງໃນການຜະລິດ. ເຊິ່ງມີ 4 ເປົ້າໝາຍຫຼັກຂອງໂຄງການຄື: 1). ເພື່ອຄົ້ນຄວ້າຕິດພັນກັບການພັດທະນາເຕັກນິກການຜະລິດ, ຮູບແບບການຜະລິດແບບໃໝ່ ໃນການເພີ່ມຜົນຜະລິດປັບປຸງໃນດ້ານຄຸນນະພາບ, ຄວາມປອດໄພ ເຮັດໃຫ້ຊາວກະສິກອນມີລາຍຮັບເພີ່ມຂຶ້ນ, 2). ເພື່ອດຶງການຜະລິດຖດຍສະເພາະກຸ່ມຜະລິດໃຫ້ຕິດພັນກັບຕະຫຼາດໂດຍສະເພາະແມ່ນ ບໍລິສັດແສງຮົ່ມໂພ ໂຮງດິ້ງ ນຳເຂົ້າ-ສົ່ງອອກ ຈະມາຊ່ວຍເລື່ອງການຕະຫຼາດ, 3). ເພື່ອຖ່າຍທອດຄວາມຮູ້ ປະສົບການຈາກສະຖາບັນ ແລະ ຜູ້ປະກອບການໃນການເພີ່ມຄວາມຮູ້ໃຫ້ຊາວກະສິກອນ ແລະ ພື້ນທີ່ສວນສາທິດ ແລະ ຄອບຄົວຕົວແບບໃນທ້ອງຖິ່ນເພື່ອເປັນບ່ອນຮຽນຮູ້ຂອງຊາວກະສິກອນ, 4). ເພື່ອເພີ່ມລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນໃນບ້ານເປົ້າໝາຍຂອງໂຄງການໃຫ້ມີຊີວິດທີ່ດີຂຶ້ນຜ່ານການຜະລິດຕິດພັນກັບການຕະຫຼາດປັບປຸງບ້ານເປົ້າໝາຍຂອງໂຄງການ.

ເຊິ່ງໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນດ້ານງົບປະມານ ຈາກກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວກະຊວງກະເສດ ແລະ ສະຫະກອນ ປະເທດໄທ, ສະມາຄົມພືດຜັກລາວ, ສະມາຄົມໄຊພັດທະນາ ແລະ ບໍລິສັດ ແສງຮົມໂພ ໂຮນດິ້ງ ນຳເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ.

ໃນຕອນທ້າຍ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ເພື່ອເປັນການແກ້ໄຂບັນຫາ ໃຫ້ຊາວກະສິກອນ ໃນອະນາຄົດສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ໄດ້ມີການ ຮ່ວມກັບ ໂຄງການ ເສັ້ນທາງສາຍໄໝ ເພື່ອຫຼຸດຜ່ອນຄວາມທຸກຍາກ ກໍຄື ບໍລິສັດແສງຮົ່ມໂພ ໂຮ່ນດີ້ງ ນໍາເຂົ້າ ແລະ ສົ່ງອອກ ຈຳກັດຜູ້ດຽວ ຊ່ວຍໃນການສະໜັບສະໜູນ ການສ້າງກຸ່ມຕົວແບບ ຫຼື ພື້ນທີ່ຕົວແບບ ໃນການທົດລອງ ທາງດ້ານການຜະລິດປູກມອນ ເພື່ອ ລ້ຽງມ້ອນ ໃຫ້ເປັນສິນຄ້າ ເຊີ່ງຈະເປັນພື້ນທີ່ ສາມາດຮຽນຮູ້ ແລະ ເປັນພື້ນທີ່ ໃນການແລກປ່ຽນບົດຮຽນ ໃຫ້ ກຸ່ມ ຫຼື ພາກສ່ວນອື່ນໆອີກ.