National Agriculture and Forestry Research Institute

ໂດຍ: ຄໍາຈັນ ເດັດສະໄໝ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໃນຕອນເຊົ້າຂອງວັນທີ 23/05/2024 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ)  ໄດ້ຮັບກຽດຕ້ອນຮັບທີມງານຈາກສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ ເຊິ່ງໄດ້ນໍາພາຊາວກະສິກອນ ຈາກ 3 ແຂວງຄື: ແຂວງຊຽງຂວາງ, ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ ຈໍານວນ 33 ທ່ານ ທີ່ລົງມາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຈໍານວນໜຶ່ງເຂົ້າຮ່ວມ. ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ ໂດຍສະເພາະການຄົ້ນຄວ້າທາງດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງການຜະລິດພືດຜັກພ້ອມທັງການປ້ອງກັນພະ ຍາດແມງໄມ້ສັດຕູພືດ ແລະ ການແປຮູບຜະລິດຕະພັນກະສິກໍາ.

ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ຂອງນັກສໍາມະນາກອນໃນຄັ້ງນີ້ ທ່ານ ປ.ອ ທອງຄູນ ສີສະໄພທອງ ໄດ້ນໍາສະເໜີປະຫວັດຄວາມເປັນມາຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນ ເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າທີ່ກ່ຽວຂ້ອງຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ຈາກນັ້ນ, ກໍ່ລົງຢ້ຽມຢາມເບິ່ງຜົນສໍາເລັດຂອງການຜະລິດເມັດພັນ, ເຕັກນິກການຈັດການການໃຫ້ນໍ້າແກ່ພືດຜັກ ແລະ ການປູກພືດຜັກໃນລະບົບເຮືອນຮົ່ມ ແລະ ເຕັກນິກຕ່າງໆ ທີ່ໃຊ້ເຂົ້າໃນການຜະລິດ ໂດຍສະເພາະກິດຈະກໍາທີ່ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດ ເຊັ່ນ: ຫ້ອງແລັບສໍາລັບການຄົ້ນຄວ້າທົດລອງ, ຫ້ອງແພັກເມັດພັນ, ຫ້ອງເກັບຮັກສາເມັດພັນ, ເຄື່ອງກົນຈັກກະສິກໍາ ນອກຈາກນັ້ນຍັງໄດ້ລົງຢ້ຽມຍາມພື້ນທີ່ຄອບຄົວຕົວແບບ ບ້ານຫາດກັນຊາ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ໃນການຢ້ຽມຢາມ ແລະ ແລກປ່ຽນບົດຮຽນພາກສະໜາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນ ແລະ ແລກປ່ຽນບົດຮຽນທາງດ້ານພືດຜັກ ເຊັ່ນ: ການສໍາຫຼວດ ແລະ ເຕົ້າໂຮມແນວພັນພືດຜັກຂອງລາວ, ການອະນຸລັກແຫຼ່ງເຊື້ອພັນພືດຜັກ, ການທົດສອບ ແລະ ຄັດເລືອກສາຍພັນພືດຜັກທີ່ເໝາະສົມໃນສະພາບແວດລ້ອມຂອງລາວ, ການຜະລິດເມັດພັນພືດຜັກຮ່ວມກັບຊາວກະສິກອນ,​ ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ເຕັກນິກການປ້ອງກັນພືດ ແລະ ການຈັດການຫຼັງການເກັບກ່ຽວ ເຊິ່ງຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ.