
ການຄົ້ນຄ້ວາ ຄັງປັນຍາ ທາງດ້ານ ນະໂຍບາຍກະສິກໍາ ຫຼື (Policy Think Tank). ໄດ້ຖືກສ້າງຕັ້ງຂຶ້ນ ໃນເດືອນມິຖຸນາ 2012. ໂດຍເປັນສ່ວນຫນຶ່ງຂອງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແຫ່ງຊາດ (NAFRI). ເຊິ່ງຈຸດປະສົງ ແມ່ນເພື່ອສະໜອງຂໍ້ສະເໜີແນະດ້ານນະໂຍບາຍ ທີ່ອີງຕາມຫຼັກການໃຫ້ບັນດາກະຊວງ, ຄູ່ຮ່ວມມືພັດທະນາ ແລະ ພາກເອກະຊົນທີ່ກ່ຽວຂ້ອງ ແລະ ດຳເນີນການປຶກສາຫາລື ແລະ ສ້າງຄວາມເຫັນດີເຫັນພ້ອມໃນການແກ້ໄຂບັນຫານະໂຍບາຍແຫ່ງຊາດ, ທີ່ມີອິດທິພົນຕໍ່ການກະທຳຢູ່ຂັ້ນເມືອງ ແລະ ຂັ້ນແຂວງ. ດັ່ງນັ້ນ; ໃນຕອນເຊົ້າຂອງ ວັນທີ 10-11 ພຶດສະພາ 2024, ໄດ້ຈັດກອງປະຊຸມ ຂື້ນຢູ່ທີ່ ໂຮງແຮມ ສີສົມບັດ ພາຊາ ວັງວຽງ ແຂວງວຽງຈັນ. ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ນ. ປະລິນຍາເອກ ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນ ຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Mr. Mark Dubois ຜູ້ຕ່າງໜ້າໂຄງການ IWMI ແລະ ຫົວໜ້າລະບົບນໍ້າເຄືອຂ່າຍຂອງ CGIAR. ກອງປະຊຸມຄັ້ງນີ້; ມີແຂກຈາກຫຼາຍພາກສ່ວນເຂົ້າຮ່ວມ ເຊັ່ນ: ຊ່ຽວຊ່ຽນລາວປະຈໍາສະຖານທູດອົດສະຕາລີ, ຊ່ຽວຊານຈາກ FAO, IWMI, ACIAR, GCA, ສະພາແຫ່ງຊາດ, ກະຊວງອຸສາຫະກໍາການຄ້າ, ກົມລ້ຽງສັດ ແລະ ການປະມົງ, ມະຫາວິທະຍາໄລແຫ່ງຊາດ, ກົມສົ່ງເສີມກະສິກໍາ ແລະ ສາຫະກອນ, ກົມແຜນການ ແລະ ການຮ່ວມມື, ກົມຊົນລະປະທານ, ກົມຊັບພະຍາກອນນໍ້າ ແລະ ຄະນະສະຖາບັນ ຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ນອກຈາກນັ້ນ, ຍັງມີຫົວໜ້າພະແນກ ແລະ ຫົວໜ້າສູນອ້ອມຂ້າງສະຖາບັນເຂົ້້າຮ່ວມ ຄື: ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສູນຄົ້ນຄວ້າຢາງພາລາ, ສູນຄົ້ນຄວ້າແນວພັນທີ່ລາວຈີນ, ສູນຄົ້ນຄວ້າການລ້ຽງ, ສູນຄົ້ນຄວ້າປະມົງ, ສູນຄົ້ນຄວ້າພຶດຜັກ ແລະ ໄມ້ໃຫ້ໝາກ, ຄົ້ນຄວ້າປ່າໄມ້, ສູນຂໍ້ມູນຂ່າວສານກະສິກໍາ ແລະ ປ່າໄມ້, ສູນຄົ້ນຄວ້າເຂົ້າທ່າສະໂນ, ສູນຄົ້ນຄວ້າກາເຟຫຼັກ 35, ສູນຫ້ວຍໂຄດ, ສູນຫຼວງນໍ້າທາ ແລະ ພະແນກແຜນການ ແລະ ການຮ່ວມມື ລວມທັງໝົດ 65 ທ່ານ.
ເປົ້າໝາຍ ຂອງກອງປະຊຸມໃນຄັ້ງນີ້້: ແມ່ນເພື່ອກໍານົດບັນຫາບັນປະເດັນຕ່າງໆ, ທີ່ສໍາຄັນທີ່ຕິດພັນກັບວຽກງານການພັດທະນາ, ຂອດບັນຫາຊ່ອງວ່າງ ແລະ ບັນດາຄໍາຖາມ ທີ່ຈະນໍາໃຊ້ໃນການຄົ້ນຄວ້າໃນຕໍ່ໜ້າ, ໂດຍຜ່ານຂະບວນການປຶກສາຫາລື ແລະ ວາງແຜນການຄົ້ນຄວ້ານະໂຍບາຍ. ຂອງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຜົນໄດ້ຮັບຈາກຂະບວນການປຶກສາຫາລື ຈະນໍາມາເຜີຍແຜ່ ແລະ ປຶກສາຫາລືເພີ່ມຕື່ມ.
ຈຸດປະສົງຂອງກອງປະຊຸມເພື່ອ:
- ຮັບຮູ້ບັນດາບັນຫາໃນປະຈຸບັນ ແລະ ທ່າອ່ຽງໃນຕໍ່ໜ້າ ຂອງວຽກງານການສົ່ງເສີມກະສິກຳ ແລະ ພັດທະນາຊົນນະ ບົດ.
- ຮັບຮູ້ເຂົ້າໃຈ ກ່ຽວກັບ ບັນດາເງື່ອນໄຂຂໍ້ແນະນໍາສະເພາະດ້ານ, ຄວາມສາມາດ ແລະ ຂະບວນການ ທີ່ສໍາຈໍາເປັນ ໃນການສ້າງນະໂຍບາຍ
- ປຶກສາຫາລື ແລະ ວາງແຜນວຽກງານການຄົ້ນຄວ້າ ປະຈຳປີ 2024-2025 ຢ່າງຈະແຈ້ງ.
ກອງປະຊຸມໃນຄັ້ງນີ້້ຍັງໄດ້ຮັບຟັງການລາຍງານກິດຈະກໍາ. ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ຈາກຫົວໜ້າສູນ ໄດ້ລາຍງານຕໍ່ກອງະຊຸມ ແລະ ປຶກສາຫາລື ລະດົມຄວາມຄິດ ໃນການຂັດເລືອກ ແລະ ກໍານົດເອົາຫົວຂໍ້ຄົ້ນຄ້ວາຄັງປັນຍານະໂຍບາຍ ເພື່ອມາຈັດຕັ້ງປະຕິບັດໃຫ້ຖືກຕາມເປົ້າມໝາຍຂອງ (ສກປພ ) ແລະ ຜູ້ໃຫ້ທຶນສະໜັບສະໜູນໃນກິດຈະກໍາຄົ້ນຄວ້າທົດລອງ. ຜ່ານການສົນນາປຶກສາຫາລື ແລະ ແລກປ່ຽນບົດຮຽນຊັ້ນເຊີ່ງກັນ ແລະ ກັນແລ້ວ, ກອງປະຊຸມແມ່ນໄດ້ຕົກລົງເຫັນດີເປັນເອກະພາບກັນ ໃນການຂຽນຫົວຂໍ້ທີ່ຈະມາຈັດຕັ້ງປະຕິບັດໃນປີ 2024-2028 ແລະ ກອງປະຊຸມກໍ່່ໄດ້ປິດລົງໃນຕອນບ່າຍ ຂອງວັນທີ 11 ແຕ່ຈະໄດ້ມີການຈັດກອງປະຊຸມປຶກສາຫາລືລະອຽດຮ່ວມກັນອີກກັບທຸກພາກສ່ວນທີ່ກ່ຽວຂ້ອງ.
ຂ່າວໂດຍ: ນ. ໄກສອນ ສີຫາຈັກ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້




Users Today : 345
Users Yesterday : 54
This Month : 399
This Year : 79825
Total Users : 787815