
ໂດຍ: ນ. ແສງທຽນ ສີສະເກດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ໃນຕອນເຊົ້າ ເວລາ 8:30 ຂອງວັນທີ 15 ພືດສະພາ 2024 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ III ວ່າດ້ວຍ ການເລືອກຕັ້ງຄະນະໜ່ວຍຊຸດໃໝ່ຂອງໜ່ວຍ ສະຫະພັນແມ່ຍິງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າ ປີ (2024-2028) ໂດຍການເປັນປະທ່ານຂອງ ທ່ານໄພທູນ ມູນເສນາ ຮອງເລຂາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ນ. ພິລາວັນ ບຸນສະວັດ ຄະນະຮາກຖານ ສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຊິ່ງມີຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈໍານວນທັງໝົດ 15 ທ່ານ, ໃນນັ້ນເປັນສະມາຊິກສະຫະພັນຍິງຈໍານວນ 9 ທ່ານ ມີສິດປ່ອນບັດເລືອກຕັ້ງທັງໝົດ 9 ທ່ານ
ກອງປະຊຸມໄດ້ດໍາເນີນຕາມຂໍ້ຕົກລົງອະນຸມັດເປີດກອງປະຊຸມໃຫ່ຍຢູ່ທີ່ຫ້ອງປະຊຸມ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ III ວ່າດ້ວຍ ການເລືອກຕັ້ງຄະນະໜ່ວຍຊຸດໃໝ່ຂອງໜ່ວຍ ສະຫະພັນແມ່ຍິງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສະບັບ 003 ຮາກຖານ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ລົງວັນທີ 13 ພືດສະພາ 2024 ຈາກນັ້ນຫົວໜ້າໜ່ວຍສະຫະພັນແມ່ຍິງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກກໍໄດ້ຂື້ນອ່ານຜ່ານບົດສະຫຼູບຜົນງານການເຄື່ອນໄຫວວຽກ 5 ປີ ແລະ ທິດທາງແຜນການ 5 ປີຕໍ່ໜ້າຂອງຕົນຕໍ່ຜູ້ແທນກອງປະຊຸມ ແລະ ໄດ້ເປີດໂອກາດໃຫ້ສະມາຊິກໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດສະຫຼູບຜົນງານ, ຂໍ້ຄົງຄ້າງ ແລະ ທິດທາງແຜນການກອງປະຊຸມໄດ້ເອກະພາບກັນຮັບຮອງເອົາບັດດາເນື້ອໃນ ແລະ ຄາດໝາຍສູ້ຊົນຢ່າງສົມບູນກ່ອນອໍາລາໜ້າທີ່ຂອງຄະນະເກົ່າ ກໍ່ໄດ້ຜ່ານບົດສໍາຫຼວດການນຳພາຮອບດ້ານ ເປີດໃຫ້ກອງປະຊຸມມີຄໍາຄິດຄໍາເຫັນຕໍ່ບົດສຳຫຼວດການນໍາພາຂອງຄະນະໜ່ວຍ ແລະ ໄດ້ອໍາລາໜ້າທີ່.
ປະທານກອງປະຊຸມໄດ້ອ່ານຜ່ານມາດຖານຜູ້ສະໝັກເພື່ອຄັດເລືອກເອົາຄະນະໜ່ວຍຊຸດໃໝ່, ພ້ອມທັງອ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບປ່ອນບັດເລືອກຕັ້ງສະບັບເລທີ 010/ສພຍ, ສຜໝ ລົງວັນທີ 9 ພືດສະພາ 2024 ແລະ ລາຍຊື່ບຸກຄະລະກອນເຂົ້າຄັດເລືອກຄະນະໜ່ວຍຊຸດໃໝ່ປະກອບມີ 5 ທ່ານ ໃນນັ້ນຄະນະຮັບຜິດຊອບປ່ອນບັດເລືອກຕັ້ງໄດ້ປະຕິບັດໜ້າທີ່ຕາມຂໍ້ຕົກລົງຂ້າງເທິງ. ຜ່ານການປ່ອນບັດເລືອກຕັ້ງຄະນະຊຸດໃໝ່ຂອງສະມາຊິກສະຫະພັນແມ່ຍິງໜ່ວຍປະກອບມີ 3 ທ່ານ. ຈາກນັ້ນ ຄະນະໜ່ວຍຊຸດໃໝ່ໄດ້ຂື້ນຮັບໜ້າທິ່ ແລະ ຢັ້ງຢືນຕໍ່ກອງປະຊຸມສືບຕໍ່ນໍາພາຈັດຕັ້ງປະຕິບັດໜ້າທີ່ນໍາເອົາທິດທາງແຜນການ ແລະ ບັນດາຄາດໝາຍສູ້ຊົນກອງປະຊຸມໄດ້ຮັບຮອງຜັນຂະຫຍາຍເຂົ້າໃນການເຄື້ອນໄຫວວຽກງານຕົວຈິງໃຫ້ໄດ້ຮັບໝາກຮັບຜົນດີ. ກອງປະຊຸມໄດ້ຮັບກຽດໃຫ້ຄໍາໂອວາດຕໍ່ກອງປະຊຸມເນື້ອໃນຕົ້ນຕໍ່ຂອງທ່ານໄດ້ເນັ້ນໃສ່ ຂໍ້ແຂ່ງຂັນ 3 ດີ, ເອົາໃຈໃສ່ສ້າງຄວາມເຂັ້ມແຂງເລື່ອງວິຊາການຂອງເອື້້ອຍນ້ອງແມ່ຍິງພາຍໃນສູນຄື ເລື່ອງເຕົ້າໂຮມຄວາມສາມັກຄີໜູ່ຄະນະ, ໃຫ້ເອື້ອຍນ້ອງແມ່ຍິງມີຄວາມຕັ້ງໜ້າເອົາໃຈໃສ່ລະດົມການສືກສາ ແລະ ມີຄວາມເສຍສະຫຼະຕໍ່ວຽກແມ່ຍິງ. ຫຼັງຈາກນັ້ນ, ຄະນະຕາງໜ້າຄະນະໜ່ວຍແມ່ຍິງຊຸດໃໝ່ໄດ້ຂື້ນຮັບຄໍາໂອວາດຈາກປະທານຮາກຖານ ສພຍ ສກປພ ແລະ ເລຂາໜ່ວຍຜັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ກອງປະຊຸມໄດ້ປິດລົງໃນເວລາ 10:40 ນາທີ ຂອງວັນດຽວກັນດ້ວຍຜົນສໍາເລັດຢ່າງຈົບງາມ.








Users Today : 345
Users Yesterday : 54
This Month : 399
This Year : 79825
Total Users : 787815