National Agriculture and Forestry Research Institute

ໃນວັນທີ 29 ເມສາ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີມອບ-ຮັບແນວພັນເຂົ້າຫອມ ເຊບັ້ງໄຟ 4 ໃຫ້ກຸ່ມຊາວນາ ບ້ານນາຊາ, ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄວນ ໂດຮາ ຫົວໜ້າສູນ KOPIA ປະຈໍາ ສປປລາວ, ທ່ານ ຮອງຫົວໜ້າກະສິກຳເມືອງປາກງຶ່ມ, ພະນັກງານສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ທ່ານນາຍບ້ານ ນາຊາ ພ້ອມດ້ວຍກຸ່ມຊາວນາເປົ້າໝາຍໂຄງການເຂົ້າຮ່ວມຢ່າງພ້ອມພຽງ.

          ໂຄງການສ້າງພື້ນຖານໃຫ້ແກ່ການຜະລິດເຂົ້າທັນສະໄໝ ຢູ່ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ສປປ ລາວ ທີ່ໄດ້ຮັບທຶນ ໃນການຈັດຕັ້ງປະຕິບັດຈາກ ຂອງ ສ. ເກົາຫຼີ ຜ່ານສູນ KOPIA ປະຈໍາ ສປປລາວ ໄດ້ສືບຕໍ່ມອບແນວພັນເຂົ້າ ເພື່ອປັບປຸງລະບົບການຜະລິດເຂົ້າຂອງຊາວນາ ໃນ 3 ບ້ານ (ບ້ານນາຊາ,   ໝາກຮຽວ ແລະ ໝາກນາວເໜືອ) ເມືອງປາກງືມ, ນະຄອນຫຼວງວຽງຈັນ ເພື່ອຍົກສະມັດຕະພາບ ແລະ ປັບປຸງຄູນນະພາບເຂົ້າ ໃນ 3 ບ້ານເປົ້າໝາຍນີ້.

          ໂຄງການ ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ປີ 2023 ເປັນຕົ້ນມາ ແລະ ໃນປີ 2024 ໄດ້ສືບຕໍ່ແຈກຢາຍແນວພັນເຂົ້າທັງໝົດ 9,732 ກິໂລ ໃຫ້ແກ່ 152 ຄົວເຮືອນໃນທົ່ວ 3 ບ້ານເພື່ອຮັບປະກັນ​ໃຫ້​ຊາວ​ນາ ​ໄດ້​ເຂົ້າ​ເຖິງ​ແນວພັນເຂົ້າ ​ທີ່​ມີ​ຄຸນ​ນະພາ​ບສູງ ສໍາລັບທໍາການຜະລິດໃນເນື້ອທີ່ 147 ​ເຮັກຕາ. ໄດ້ປັບນາໄຮ່ນ້ອຍ ໃຫ້ເປັນໄຮ່ໃຫຍ່ ສໍາເລັດຈໍານວນ 147 ເຮັກຕາໃນ 3 ບ້ານ ເພື່ອຮອງຮັບການນໍຊາໃຊ້ກົນຈັກເຂົ້າໃນການຜະລິດ. ໄດ້ສະຫນອງຝຸ່ນຄອກຈໍານວນ 262 ໂຕນ ເພື່ອປັບປຸງຄວາມອຸດົມສົມບູນຂອງດີນນາທີ່ໄດ້ປັບໃຫ້ເປັນໄຮ່ໃຫຍ່ ແລະ ​ຈະ​ໄດ້ສະໜອງ ​ຝຸ່ນ​ເຄມີ ຈໍານວນ 22 ​ໂຕນ ​ເພື່ອເພີ່ມ​ຜົນ​ຜະລິດ​ເຂົ້າ. ນັບແຕ່ປີ 2023 ເປັນຕົ້ນມາ ໄດ້ປັບນາໄຮ່ນ້ອຍເປັນໄຮ່ໃຫຍ່ໄດ້ທັງໝົດ 271 ເຮັກຕາ, ສະໜອງຝຸ່ນຄອກຈໍານວນ 542 ໂຕນ ແລະ ຝຸ່ນເຄມີ 21 ໂຕນ ແລະ ເມັດພັນເຂົ້າຈໍານວນ 18,5 ໂຕນ ຈໍໃຫ້ຊາວນາຈໍານວນ 317 ຄອບຄົວ ເພື່ອທໍາການຜະລິດໃນເນືອທີ່ 290 ເຮັກຕາ. ຜ່ານການຈັດຕັ້ງປະຕິບັດໃນປີ 2023 ພົບວ່າສະມັດ​ຕະພາບ​ເຂົ້າສະເລ່ຍໃນ 3 ບ້ານເປົ້າໝາຍນີ້ ​ໄດ້​ເພີ່ມ​ຂຶ້ນ​ 50% ຈາກ 2,1 ​ໂຕນ​ຕໍ່​ເຮັກຕາ ​ເປັນ 3,2 ​ໂຕນ​ຕໍ່​ເຮັກຕາ.

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ,

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້