National Agriculture and Forestry Research Institute

ໃນວັນທີ 30 ເມສາ 2024 ທີ່ຫ້ອງປະຊຸມ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດກອງປະຊຸມເປີດໂຄງການ: ປະເມີນຜົນກະທົບຂອງການນໍາໃຊ້ ໄນໂຕຣເຈນ ແລະ ການພັດທະນາຍຸດທະສາດການຈັດການລະບົບການປູກເຂົ້າໃນ ສປປ ລາວໃຫ້ມີຄວາມຍືນຍົງ” ໂດຍໃຫ້ກຽດເຂົ້າຮ່ວມເປັນທະທານຂອງທ່ານ ນາງ Megan Jones, ເອກອັກຄະລັດຖະທູດປະເທດອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ ປອ ນ. ຈັນທະຄອນ ບົວລະພັນ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ); ທ່ານ Prof. Deli Chen, ຫົວໜ້າທີມ ຈາກ Melbourne University; ທ່ານ ປອ ນີວົງ ສີປະເສີດ, ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ; ຮສ.ປອ. ວັນນະພອນ ພຸດທະນາ, ຮອງຄະນະບໍດີ ຄະນະກະເສດສາດ; ທ່ານ ປອ. ເພັດມະນີແສງ ຊ້າງໄຊຍະສ້າງ, ຮອງຫົວໜ້າ ສກປພ, ທີມງານນັກຄົ້ນຄວ້າຈາກສະຖາບັນ, ກົມຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ, ແລະ ຄະນະກະເສດສາດ ກໍ່ເຂົ້າຮ່ວມຢ່າງພ້ອມພຽງ.

          ໂຄງການດັ່ງກ່າວແມ່ນພາຍໃຕ້ການຮ່ວມມືກັບຫຼາຍອົງກອນທີ່ມີຄວາມຊໍານານໃນແຕ່ລະດ້ານທັງພາຍໃນ ແລະ ຕ່າງປະເທດຄື: ສກປພ, ກົມພັດທະນາ ແລະ ຄຸ້ມຄອງທີ່ດິນກະສິກຳ, ຄະນະກະເສດສາດ, ມຊ, ພ້ອມດ້ວຍຊາວກະສິກອນ ແລະ ນັກຄົ້ນຄວ້າແຂວງ ຈະຮ່ວມກັນອອກແບບ ແລະ ຈັດຕັ້ງປະຕິບັດ.

ຈຸດປະສົງຂອງໂຄງການ ແມ່ນຄົ້ນຄວ້າສັງລວມຄວາມຮູ້ດ້ານວິທະຍາສາດໃນການນໍາໃຊ້ ປຸຍໄນໂຕຣເຈນອິນຊີ ແລະ ປຸຍໄນໂຕຣເຈນທົ່ວໄປ ໃນລະບົບການປູກເຂົ້າຮູບແບບຫຼຸດຕົ້ນທຶນ ເພື່ອເນັ້ນການປັງປຸງເພີ່ມປະສິດທິພາບຂອງການນໍາໃຊ້ ໄນໂຕຣເຈນ; ແລະ ເພີ່ມລາຍຮັບໃຫ້ຊາວກະສິກອນ ຄຽງຄູ່ໄປກັບການຮັກສາຜົນປະໂຫຍດທາງສິ່ງແວດລ້ອມທີ່ໄດ້ມາຈາກການຫຼຸດຜ່ອນການນໍາໃຊ້ໄນໂຕຣເຈນໃນພື້ນທີ່ທົ່ງນາຂອງຊາວກະສິກອນ.

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້