National Agriculture and Forestry Research Institute

ໃນວັນທີ 5 ເມສາ 2024, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຄົບຮອບ 25 ປີ (1999-224) ຂຶ້ນ ທີ່ສະໂມສອນຂອງຕົນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ອາດີດ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ເອກອັກຄະລັກທູດ ແລະ ຜູ້ຕາງໜ້າຈາກສະຖານທູດ ສ.ເກົາຫຼີ, ຄິວບາ, ອິນເດຍ, ແລະ ສະຖານທູດຕູລະກີ ປະຈຳ ສປປ ລາວ, ຜູ້ຕາງໜ້າຈາກກະຊວງຕ່າງໆ, ຜູ້ຕາງໜ້າຈາກອົງການສາກົນ, ອາດິດຫົວໜ້າ ແລະ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຜູ້ຕາງໜ້າຈາກບໍລະສັດ, ຜູ້ປະກອບການ, ສະມາຄົມ, ກຸ່ມຜູ້ຜະລິດ, ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

  ໃນພິທີ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບ ວຽກງານການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ຕະຫຼອດໄລຍະ 25 ປີ ຜ່ານມາ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ​ພັດ​ທະ​ນາ​ຊົນ​ນ​ະ​ບົດ ເປັນຫົວໜ່ວຍວິຊາການໜຶ່ງຂອງກະຊວງ ກະສິກໍາ ​ແລະ ປ່າໄມ້ ມີພາລະບົດບາດເປັນໃຈກາງໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານຄົ້ນ  ຄ້ວາວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ທີ່ມີເປົ້າໝາຍເລັ່ງໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາຂອງລັດຖະບານ ກໍ​ຄືການ​ປະຕິບັດ​ເປົ້າ​ໝາຍຕາມຍຸດ​ທະ​ສາດ​ ການ​ພັດທະນາຂອງ​ຂະ​ແໜງ​ການ​ກະສິກໍາ ​ແລະ ປ່າ​ໄມ້ ຮອດປີ 2025, ດ້ວຍການຈັດຕັ້ງປະຕິບັດ ການຄົ້ນຄວ້າ​​ເພື່ອການພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເນັ້ນໃສ່ເຕັກໂນໂລຢີ ການຍົກ​ສູງສະມັດ​ຕະພາບ​ຂອງການ​ຜະລິດ​ກະສິກໍາ ເພື່ອຄໍ້າປະກັນ​ທາງ​ດ້ານ​ສະບຽງອາຫານ ​ແລະ ຜະລິດ​ເປັນ​ສິນຄ້າ,  ​ພ້ອມກັບຄຸ້ມ​ຄອງ​ ແລະ ນໍາ​ໃຊ້​ຊັບພະຍາກອນທຳມະຊາດ​ ໃຫ້​ມີ​ປະສິດທິ​ຜົນສູງ, ມີຄຸນນະພາບ ​ແລະ ມີ​ຄວາມ​ຍືນ​ຍົງ.

 ສະຖາບັນຍັງໄດ້ສູມໃສ່ຈັດຕັ້ງປະຕິບັດ 4 ແຜນງານການຄົ້ນຄວ້າ ແລະ 2 ແຜນງານສະໜັບສະໜູນຄື: 1). ແຜນງານຄົ້ນຄວ້າ, ຄຸ້ມຄອງ ແລະ ນຳໃຊ້ຊີວະນາໆພັນກະສິກຳ ແລະ ປ່າໄມ້ ແບບຍືນຍົງ, 2). ແຜນງານຄົ້ນຄວ້າດ້ານແນວພັນ ແລະ ເຕັກນິກເພື່ອຍົກຜະລິດຕະພາບ, 3). ແຜນງານຄົ້ນຄວ້າກະສິກຳ ແລະ ປ່າໄມ້ ເພື່ອການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, 4). ແຜນງານຄົ້ນຄວ້າເສດຖະກິດ ແລະ ພັດທະນາຊົນນະບົດ, 5). ແຜນງານພັດທະນາລະບົບຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ແລະ  6). ແຜນງານສ້າງຄວາມອາດສາມາດ. ນອກຈາກນີ້ຍັງໄດ້ຮັບຟັງວິໄສທັດຂອງການຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນ 10 ປີຕໍ່ໜ້າ, ການປະກອບຄຳເຫັນຂອງຄູ່ຮ່ວມງານໃນການຮ່ວມມືໃນຕໍ່ໜ້າເພື່ອຜັນຂະຫຍາຍວິໄສທັດໃຫ້ມີຄວາມເປັນຈິງ. ໃນໂອກາດນີ້ຍັງໄດ້ມີພິທີມອບຂອງຂວັນໃຫ້ອາດີດການນຳ ສກປພ, ຜູ້ໃຫ້ການສະໜັບສະໜູນງານສະຫຼອງ 25 ປີ ຂອງການສ້າງຕັ້ງສະຖາບັນ ແລະ ຍ້ອງຍໍນັກຄົ້ນຄວ້າດີເດັ່ນ, ນັກບໍລິຫານດີເດັ່ນ ແລະ ນັກວິຊາການດີເດັ່ນ. ຫຼັງຈາກນັ້ນກໍໄດມີການທ່ຽວຊົມງານວາງສະແດງຜົນງານການຄົ້ນຄວ້າຂອງແຕ່ລະສູນອີກດ້ວຍ.

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ,​ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້