National Agriculture and Forestry Research Institute

ໃນຕອນເຊົ້າຂອງວັນທີ 28 ມີຖຸນາ 2024 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພຶດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ເປັນກຽດຕ້ອນຮັບການມາຢ້ຽມເຢືອນທັດສະນະສືກສາ ຂອງສະມາຄົມ67 ຈຳນວນ 11ທ່ານ ຍິງ 6ທ່ານ ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ໄພທູນ ມູນເສນາ ຮອງຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງສູນຄົ້ນຄວ້າພຶດຜັກ ແລະ ໄມ້ໃຫ້ໝາກ ໂດຍສະເພາະ ແມ່ນກຸ່ມວຽກຄົ້ນຄວ້າໄມ້ໃຫ້ໝາກ-ມອນມ້ອນ  ພ້ອມດ້ວຍວິຊາການໃນກຸ່ມວຽກຈຳນວນໜຶ່ງເຂົ້າຮ່ວມ ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການປູກມອນລ້ຽງມ້ອນ ໂດຍສະເພາະແມ່ນເຕັກນິກການວິທີກ້າແກ່ນມອນ.

       ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຂອງສະມາຄົມ67 ໃນຄັ້ງນີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເລີ່ມລາຍງານສະພາບລວມຂອງສູນ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ເຕັກນິກຫຼັງການເກັບກ່ຽວ ເຊິ່ງໃນນັ້ນແມ່ນເນັ້ນໃສ່ກ່ຽວກັບການປູກມອນລ້ຽງມ້ອນເພື່ອສົ່ງອອກຕ່າງປະເທດ.

     ໃນເວລາຕໍ່ມາທາງ ທ່ານ ນ. ສົມສະໜິດ ເຊິ່ງເປັນປະທານສະມາຄົມ67 ພັດທະນາຊ່ວຍເຫລຶອເຊິ່ງກັນ ແລະກັນ ກໍ່ໄດ້ກ່າວຈຸດປະສົງຂອງການມາທັດສະນະສືກ ແລະ ແລກປ່ຽນບົດຮຽນ ນອກຈາກນັ້ນ, ຍັງໄດ້ເປີດໂອກາດໃຫ້ສະມາຊິກໃນກຸ່ມສະມາຄົມ67 ພັດທະນາຊ່ວຍເຫລຶອເຊິ່ງກັນ ແລະ ກັນ ຊັກຖາມ ແລະ ມີຄຳເຫັນ ສຳລັບການປູກມອນລ້ຽງມ້ອນແມ່ນໄດ້ລົງແນະນຳໃຫ້ຊາວກະສິກອນແລ້ວບໍ, ໃນການເກັບຊື້ ແລະ ການເຊັນສັນຍາເປັນແນວໃດ ໃນນັ້ນ, ທາງທ່ານ ນ. ສົມສະນິດ ກໍ່ໄດ້ໃຫ້ຄຳເຫັນຕື່ມອີກວ່າ ຂໍໃຫ້ທາງພັກ-ລັດ ກະຊວງກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ຄືທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຊ່ວຍໃນເລື່ອງການເຊັນສັນຍາຮັບປະກັນທາງດ້ານລາຄາມ້ອນ ໂດຍສະເພາະພາການຄ້າກວາງຊີ ສປ ຈີນ ຈະເປັນຜູ້ເກັບຊື້ທັງໝົດ.

    ຫຼັງຈາກນັ້ນ,  ກໍ່ໄດ້ພາກຸ່ມທັດສະນະສືກສາສະມາຄົມ67 ພັດທະນາຊ່ວຍເຫລຶອເຊິ່ງກັນ ແລະ ກັນ ລົງຢ້ຽມຢາມເບິ່ງພື້ນທີ່ໂຕຈິງກຳນົດເອົາສວນກາງທີ່ການທົດລອງກ່ຽວກັບການປູກມອນລ້ຽງມ້ອນ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ໄດ້ສາທິດເຕັກນິກການກ້າເບ້ຍມອນ,ໄດ້ນຳພາເບິ່ງຫ້ອງລ້ຽງ, ຫ້ອງເກັບຮັກສາໄຂມອນ ໃນການແລກປ່ຽນບົດຮຽນພາກສະໜາມຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນບົດຮຽນ ແລະ ນຳເອົາຂໍ້ມູນດັ່ງກ່າວໄປຜັນຂະຫຍາຍນຳໄປໃຊ້ໃນການປະຕິບັດຕົວຈິງຂອງກຸ່ມສະພາ67.

ຮຽບຮຽງໂດຍ: ທ. ອັ໋ນ ສີວົງສາ

ຕິດຕໍ່ໂທ: 020 98882819

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ