
ໃນຕອນເຊົ້າຂອງວັນທີ 29/3/2024 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ຮັບກຽດຕ້ອນຮັບອາຈານ ແລະ ນັກຮຽນຈາກໂຮງຮຽນ ຮາກແກ້ວ ຈໍານວນ 40 ຄົນ ທີ່ລົງມາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ໄພທູນ ມູນເສນາ ຮອງຫົວໜ້າສູນ ຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຈໍານວນໜຶ່ງທີ່ເຂົ້າຮ່ວມ. ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງໂດຍສະເພາະການຄົ້ນຄວ້າທາງດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງການຜະລິດພືດຜັກ ແລະ ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ
ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ຂອງນັກຮຽນຈາກໂຮງຮຽນ ຮາກແກ້ວ ໃນຄັ້ງນີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເລີ່ມລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດ ການຄົ້ນຄວ້າທົດລອງ ແລະ ພັດທະນາຂອງສູນ ເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ,ການປ້ອງກັນພືດ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ, ຈາກນັ້ນ, ແມ່ນໄດ້ລົງຢ້ຽມຢາມພື້ນທີການຄົ້ນຄວ້າໂຕຈິງ ເຊັ່ນ: ພື້ນທີ່ການປູກສຶກສາພັນຜັກກາດພັນພື້ນເມືອງລາວ, ການຄັດເລືອກພັນຜັກກາດທີ່ໃຫ້ຜົນຜະລິດສູງໃນການປູກໃນເຮືອນຮົມ, ການຜະລິດເມັດພັນໝາກເລັ່ນ, ໝາກເຜັດ ແລະ ໝາກເຂືອເປັນຕົ້ນ, ນອກຈາກນັ້ນ ຍັງໄດ້ນໍາພາໃນການປະຕິບັດໂຕຈິງໃນການຂະຫຍາຍພັນໄມ້ໃຫ້ໝາກ ເຊັ່ນ: ເຕັກນິກການສຽບຍອດ ເຊິ່ງການຢ້ຽມຢາມ ແລະ ແລກປ່ຽນບົດຮຽນພາກສະໜາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນ ແລະ ແລກປ່ຽນບົດຮຽນທາງດ້ານພືດຜັກ ແລະ ໄມ້ໃຫ້ໝາກ ເຊັ່ນ: ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ,ການສຳຫຼວດແນວພັນພືດຜັກ, ເຕັກນິການກ້າເບັ້ຍ ເຊິ່ງຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ.
ໂດຍ ນ. ແດງ ແກ້ວກອງມີ
ສູນຄົ້ນຄ້ນພືດຜັກ ແລະ ໄມ້ໃຫ້ໝາກ












Users Today : 376
Users Yesterday : 54
This Month : 430
This Year : 79856
Total Users : 787846