
ຂຽນໂດຍ: ຕີ ວິໄລພັນ
ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com
ຂະແໜງງານຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິງຂື້ນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີບົດບາດເປັນໜ່ວຍວິຊາການ ເຮັດໜ້າທີ່ຄົ້ນຄວ້າທາງດ້ານແນວພັນ, ເຕັກນິກການປູ ແລະ ຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ, ຄົ້ນຄວ້າເຕັກນິກຫຼັງການເກັບກ່ຽວ, IPM, ເພື່ອເປັນການຜັນຂະຫຍາຍແຜນດໍາເນີນງານ ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ທີ່ຕິພັນກັບວຽກກະສິກໍາ ເປັນຕົ້ນແມ່ນ (1) ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ທັງຫຼຸດຜ່ອນການໄຫຼອອກເງິນຕາໄປຕ່າງປະເທດ (2) ສຸມໃສ່ການຊຸກຍູ້ການຜະລິດກະສິກໍາຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກໄປຕ່າງປະເທດ ນໍາເອົາເງິນຕາເຂົ້າມາໃຫ້ຫຼາຍຂຶ້ນ. ເຊີ່ງທາງສູນໄດ້ມີໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ(AFACI_Breeding) ປະເທດເກົາຫຼີ ໃນການພັດທະນາເຕັກນິກ ແລະ ແນວພັນໃໝ່ຂອງ ໝາກເຜັດ ແລະ ແລະ ໝາກເລັ່ນ ທີ່ເໝາະສົມກັບສະພາບແວດລ້ອມໃນແຕ່ລະທ້ອງຖີ່ນລາວ ເພື່ອສະໜັບສະໜູນເຂົ້າໃນການຜະລິດເປັນສິນຄ້າ, ໃນເດືອນມີນາ 2024, ທາງທີມງານຮັບຜິດຊອບໂຄງການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ສະໜັບສະໜູນອຸປະກອນ ແລະ ວັດສະດຸໃນການກໍ່ສ້າງເຮືອນຮົ່ມແບບຕ່າງລະດັບ, ເຊີງເປັນລະບົບເຮືອນຮົ່ມທີ່ເໝາະສົມສໍາລັບການປູກຜັັກໃນລະດູຝົນໃຫ້ກັບຊາວກະສິກອນຕົວແບບໃນ 2 ແຂວງຕາມເປົ້າໝາຍຂອງໂຄງການເຊັ້ນ: ບ້ານຊຽງມວກ ແລະ ບ້ານນາໄຊ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ຈໍານວນ 5 ຫຼັງ ຂະໜາດ 7 x 21ແມັດ ແລະ ບ້ານປົງ, ເມືອງຊານະຄາມ, ແຂວງວຽງຈັນ ຂະໜາດ7 x 15ແມັດ, ຈໍານວນ 5 ຫຼັງ, ລວມທັງໝົດ 10 ຫຼັງ ເພື່ອກະກຽມເຂົ້າໃນການຜະລິດໃນລະດູຝົນ ແລະ ທັງເປັນການຄໍາປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນ ເພື່ອຕອບໂຈດກັບວາລະແຫ່ງຊາດຂອງຂະແໜງການກະສິກໍາ, ມາຮອດປະຈຸບັນທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫໝາກໄດ້ສະໜູນທາງດ້ານເຕັກນິກ ແລະ ແນວພັນໃຫ້ກັບຊາວກະສິກອນຄອບຄົວຕົວແບບຢາງຕໍ່ເນື່ອງໂດຍໄດ້ຮັບການຮ່ວມມືຈາກ ໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ(AFACI_Breeding) ປະເທດເກົາຫຼີ ໃນການພັດທະນາເຕັກນິກ ແລະ ແນວພັນໃໝ່ຂອງ ໝາກເຜັດ ແລະ ແລະ ໝາກເລັ່ນ ທີ່ເໝາະສົມກັບສະພາບແວດລ້ອມໃນແຕ່ລະທ້ອງຖີ່ນລາວ, ເຊິງສາມາດສ້າງຄອບຄົວຕົວແບບໃນນະຄອນຫຼວງພະບາງ, ແຂວງຫຼວງພະບາງ ແລະ ເມືອງຊະນະຄາມ, ແຂວງວຽງຈັນ ໄດ້ຫຼາຍກວ່າ 48 ຄອບຄົວ ແລະ ສະໜັບສະໜູນເຮືອນຮົ່ມ ເພື່ອນໍາໃຊ້ເຂົ້າໃນການຜະລິດໃນຊວ່ງລະດູຝົນໄດ້ຫຼາຍກວ່າ 30 ຫຼັງ, ກີດຈະກໍາດັງກ່າວແມ່ນໄດ້ການຕອບຮັບ ແລະ ຄວາມຮວມມືຈາກຊາວກະສິກອນເປັນຢ່າງດີ ແລະ ມີຄວາມຍືນຍົງ.









Users Today : 376
Users Yesterday : 54
This Month : 430
This Year : 79856
Total Users : 787846