
ໃນຕອນບ່າຍຂອງວັນທີ 19/02/2024 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ຮັບກຽດຕ້ອນຮັບ ທ່ານ ທູດເກົາຫຼີ ພ້ອມດ້ວຍທີມງານ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 11 ທ່ານ ການລົງມາຢ້ຽມຢາມ ແລະ ຕິດຕາມກິດຈະກໍາຂອງ (ສຜໝ) ທີ່ມີການຮ່ວມມືກັບ ສ.ເກົາຫຼີ ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ປ.ອ ເພັດມະນີແສງ ຊ້າງໄຊຍະສານ ຮອງຫົວໜ້າ ສະຖາບັນກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ປ.ອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງ (ສຜໝ) ຈໍານວນໜຶ່ງເຂົ້າຮ່ວມ. ຈຸດປະສົງ: 1). ເພື່ອຕິດຕາມທາງດ້ານຜົນສໍາເລັດຂອງການຮ່ວມມືລະຫວ່າງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ກັບ ສ.ເກົາຫຼີ ໂດຍສະເພາະແມ່ນກິດຈະກໍາຂອງໂຄງການ KOPIA, AFACI, KRC ແລະ ການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ, ການຄົ້ນຄວ້າທາງດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງການຜະລິດພືດຜັກ ແລະ ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ ພ້ອມທັງການແປຮູບຜະລິດຕະພັນກະສິກໍາ.
ການຢ້ຽມຢາມ ຂອງທ່ານ ທູດເກົາຫຼີ ໃນຄັ້ງນີ້ ທ່ານ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເລີ່ມລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າທີ່ກ່ຽວຂ້ອງຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ຈາກນັ້ນ, ກໍ່ລົງຢ້ຽມຢາມເບິ່ງຜົນສໍາເລັດຂອງການຜະລິດເມັດພັນ ແລະ ເຕັກນິກຕ່າງໆ ທີ່ໃຊ້ເຂົ້າໃນການຜະລິດ ໂດຍສະເພາະກິດຈະກໍາທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມຂອງບ້ານເຮົາ ເຊັ່ນ: ຫ້ອງແລັບສໍາລັບການຄົ້ນຄວ້າທົດລອງ, ຫ້ອງແພັກເມັດພັນ, ຫ້ອງເກັບຮັກສາເມັດພັນ, ການຈັດການລະບົບການໃຫ້ນໍ້າ ແລະ ການປູກຜັກໃນລະບົບເຮືອນຮົ່ມທີ່ເໝາະສົມໃນສະພາບເງື່ອນໄຂຂອງລາວ.
ໃນການຢ້ຽມຢາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຕິດຕາມບັນດາກິດຈະກໍາໃນການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊັ່ນ: ການສໍາຫຼວດ ແລະ ເຕົ້າໂຮມແນວພັນພືດຜັກຂອງລາວ, ການອະນຸລັກແຫຼ່ງເຊື້ອພັນພືດຜັກ, ການທົດສອບ ແລະ ຄັດເລືອກສາຍພັນພືດຜັກທີ່ເໝາະສົມໃນສະພາບແວດລ້ອມຂອງລາວ, ການຜະລິດເມັດພັນພືດຜັກຮ່ວມກັບຊາວກະສິກອນ, ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ເຕັກນິກການປ້ອງກັນພືດ ແລະ ການຈັດການຫຼັງການເກັບກ່ຽວ ເຊິ່ງຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ.




Users Today : 374
Users Yesterday : 54
This Month : 428
This Year : 79854
Total Users : 787844