National Agriculture and Forestry Research Institute

_MG_7901

ໃນວັນທີ 19 ພຶດສະພາ 2023 ທີ່ສູນຄົ້ນຄວ້າກະສິກຳທ່າສະໂນ, ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບແນວພັນເຂົ້າໃໝ່ (ຫອມທ່າສະໂນ 13) ລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ. ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ ສູນຄົ້ນຄວ້າກະສິກຳສາກົນແຫ່ງ ສ. ເກົາຫຼີ (KOPIA). ໃຫ້ກຽດເຂົ້າຮ່ວມມອບໂດຍ ທ່ານ ປອ ນ ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕ່າງໜ້າ ພະແນກກະສີກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ຮັບໂດຍ ທ່ານ ຄໍາມອນ ທິຣະວົງ ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ມີທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ຫົວໜ້າສູນຄົ້ນຄວ້າກະສິກຳທ່າສະໂນ, ຕາງໜ້າຈາກຂະແໜງປູກຝັງ ແຂວງສະຫວັນນະເຂດພ້ອມດ້ວຍພະນັກງານວິຊາການ, ນັກຄົ້ນຄວ້າ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການມອບແນວພັນເຂົ້າໃໝ່ ໃນຄັ້ງນີ້ ແມ່ນເພື່ອສ້າງໂອກາດ ໃຫ້ຊາວນາ ທີ່ດໍາລົງຊີວິດຢູ່ບ້ານທີ່ມີຄວາມສ່ຽງກັບໄພນໍ້າຖ້ວມ, ໄພແຫ້ງແລ້ງ, ຂອງແຂວງສະຫວັນນະເຂດ ໄດ້ເຂົ້າເຖິງການນໍາໃຊ້ແນວພັນໃໝ່ ທີ່ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ໂດຍການນໍາໃຊ້ແນວພັນເຂົ້າທົນນໍ້າຖ້ວມ, ທົນແຫ້ງແລ້ງ ແລະ ທົນທານຕໍ່ກັບພະຍາດ ເຂົ້າໃນການຜະລິດເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ.

ຈໍານວນແນວພັນທີ່ມອບໃນຄັ້ງນີ້ 2,970 ກລ ເປັນມູນຄ່າໝົດ 26,730,000 ກີບ, ເຊິ່ງຈໍານວນແນວພັນດັ່ງກ່າວນີ້ ສາມາດປູກໄດ້ໃນເນື້ອທີ່ປະມານ 49 ເຮັກຕາ ແລະ ຄາດຈະໄດ້ເມັດພັນລຸ້ນ3 ໃນເດືອນ 11 ປີ 2023 ປະມານ 196 ໂຕນ ເຊິ່ງຈະສາມາດປູກໃນນາແຊງ ໃນເນື້ອທີ່ປະມານ 3,200 ເຮັກຕາ ແລະ ຄາດຈະໄດ້ຜົນຜະລິດເຂົ້ານາແຊງໃນເດືອນ 5 ປີ 2024 ຈໍານວນ 12,800 ໂຕນ.

ແນວພັນເຂົ້າຫອມທ່າສະໂນ13 ໄດ້ເລີມພັດທະນາໃນປີ 2013 ແລະ ອອກແນວພັນໃໝ່ໃນປີ 2023 ແລະ ໄດ້ຈົດທະບຽນເປັນແນວພັນສົ່ງເສີມ ນໍາກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໃນວັນທີ 28 ເດືອນ 4 ປີ 2023.

_MG_7903 _MG_7887 _MG_7886 _MG_7878 _MG_7871 _MG_7859

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້