National Agriculture and Forestry Research Institute

WhatsApp Image 2022-07-06 at 15.50.01 (1) WhatsApp Image 2022-07-06 at 15.50.03

          ໃນວັນທີ 5 ກໍລະກົດ 2022 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ນໍາພາຄອບຄົວຕົວແບບກຸ່ມຜະ ລິດພືດຜັກໄປທັດສະນະ ແລະ ແລກປ່ຽນບົດຮຽນກັບສະຫະກອນຜະລິດກະສິກໍາອິນຊີ ບ້ານທ່າຊ້າງ ແລະ ສະຫະ ກອນຜະລິດກະສິກໍາອິນຊີ ບ້ານທົງມັງ ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກທີ່ເປັນກຸ່ມເປົ້າໝາຍຂອງໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC).

ການທັດສະນະ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈາຫຼາຍພາກສ່ວນ ເຊັ່ນ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາປ່າໄມ້ເມືອງຫາດຊາຍຟອງ ແລະ ຊາວກະສິກອນກຸ່ມຜະລິດພືດຜັກ ຈາກ 2 ກຸ່ມບ້ານເປົ້າໝາຍຂອງໂຄງການ ຄື: ບ້ານຊາຍຟອງເໜືອ ແລະ ບ້ານທ່າແຂກ ເຊິ່ງມີຜູ້ເຂົ້າຮວ່ມທັງໝົດ 30 ຄົນ, ໂດຍການນໍາທີມຂອງ ທ່ານ ປອ ລີ ອຶງໂຫ ຜູ້ຈັດການໂຄງການຈາກປະເທດເກົາຫຼີໃຕ້ ແລະ ນັກວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການຕອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງຂອງ ທ່ານ ສົມບູນ ສີລິພອນ ປະທານສະຫະກອນຜະລິດກະສິກໍາອິນຊີ ບ້ານທ່າຊ້າງ ແລະ ທ່ານ ນ. ຄໍາມອນ ຫຼວງລາດ ປະທານ ສະຫະກອນຜະລິດກະສິກໍາອິນຊີ ບ້ານທົ່ງມັງ ເຊິ່ງທັງ 2 ທ່ານ ໄດ້ນໍາສະເໜີ ແລະ ແລກປ່ຽນບົດຮຽນກ່ຽວກັບປະຫວັດຄວາມເປັນມາ ແລະ ປະສົບການ ຈາກການລິເລິ່ມຈັດຕັ້ງກຸ່ມ ແລະ ກ້າວເຂົ້າມາເປັນສະຫະກອນ ເຊັ່ນ: ການຈັດຕັງກຸ່ມ, ການຈັດສັນທີ່ດິນການຜະລິດຂອງກຸ່ມ, ການບໍລິຫານກຸ່ມ, ການຈັດການລະບົບເຮືອນຮົ່ມ, ການຈັດການໃນການປູກ, ການຕິກຕາມກວດກາ, ການວາງແຜນການຜະລິດ, ການຈັດທາງດ້ານຕະຫຼາດ, ການຊອກຫາແຫຼ່ງທຶນໃນການສະໜັບສະໜູນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຂະລາກອນພາຍໃນກຸ່ມ ແລະ ການສ້າງກອງທຶນ. ນອກຈາກນັ້ນ, ກໍ່ໄດ້ລົງຢ້ຽມຢາມພື້ນທີ່ການຜະລິດພືດຜັກຂອງທັງ 2 ສະຫະກອນ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຟົດພື້ນໄດ້ທັງບັນຍາກາດ, ໄດ້ທັງຄວາມຮູ້ ແລະ ປະສົບການ ເຊິ່ງມັນສະແດງອອກໃນການສັກຖາມ ແລະ ປະກອບຄໍາຄິດເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.

WhatsApp Image 2022-07-06 at 15.50.04 WhatsApp Image 2022-07-06 at 15.50.04 (1) WhatsApp Image 2022-07-06 at 15.50.02 WhatsApp Image 2022-07-06 at 15.50.01

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ