
ໃນລະຫວ່າງວັນທີ 20-24 ມິຖຸນາ 2022 ທີ່ຜ່ານມາ ສູນຄົ້ນຄວ້າວິທະຍາສາດປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ກະຊວງກະສິກຳ ແລະ ປ່າໄມ້, ຮ່ວມກັບ ຄະນະຄູອາຈານ ຈາກຄະນະວິຊາປ່າໄມ້, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດກອງປະຊຸມເຝືກອົບຮົມ ແລກປ່ຽນ, ຖອດຖອນບົດຮຽນດ້ານເຕັກນິກໃນການສ້າງ ແລະ ການຈັດການສວນປູກໄມ້, ໂດຍການເປັນປະທານຂອງ ທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າສູນຄົ້ນຄວ້າວິທະຍາສາດປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຮອງຫົວໜ້າສູນ, ພະນັກງານ, ວິຊາການ ສູນຄົ້ນຄວ້າວິທະຍາສາດປ່າໄມ້, ບັນດາອາຈານທີ່ມາຈາກ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ລວມທັງໝົດ 25 ທ່ານ ຍິງ 2 ທ່ານ ໃນນັ້ນມີທີມຄູເຝືກຈຳນວນ 8 ທ່ານ.
ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ນັກວິຊາການ ແລະ ຄູອາຈານ ທາງດ້ານປ່າໄມ້ ລວມທັງພາກທິດສະດີ ແລະ ພາກປະຕິບັດ.ເຊິ່ງຫົວຂໍ້ທີ່ນຳມາຝຶກອົບຮົມຄັ້ງນີ້ມີຄື: (1) ເຕັກເນິກການຄັດເລືອກແນວພັນໄມ້, (2) ເຕັກເນັກການສ້າງສວນກ້າ ແລະ ຜະລິດເບັ້ຍໄມ້, (3) ເຕັກນິກການສ້າງສວນປູກໄມ້, (4) ເຕັກນິກການຈັດສວນປູກ, (5) ການອະນຸລັກ ແລະ ນຳໃຊ້ຊີວະນາໆພັນແບບຢືນຍົງ. ການຝຶກອົບຮົມໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ຈາກການແລກປ່ຽນທາງດ້ານປະສົບການໃນການຈັດຕັ້ງປະຕິບັດຕົວຈິງຢູ່ໃນພື້ນທີ່ຂອງຕົນ.

ໂດຍ: ບຸນທະວີ ຈະເລີນສຸກ ສູນຄົ້ນຄວ້າປ່າໄມ້





Users Today : 493
Users Yesterday : 54
This Month : 547
This Year : 79973
Total Users : 787963