National Agriculture and Forestry Research Institute

WhatsApp Image 2022-05-25 at 10.14.23       WhatsApp Image 2022-05-25 at 10.03.02

           ໃນວັນທີ່ 24 ພຶດສະພາ 2022 ທີ່ຜ່ານມາ ຢູ່ຫ້ອງການບ້ານສິມມະໂນໃຕ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ມອບອຸປະກອນການຜະລິດໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກບ້ານສິມມະໂນໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານມອບໂດຍທ່ານ ປອ ນ. ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ປອ ລີ ອຶງໂຫ ຜູ້ຈັດການໂຄງການ (KRC) ນອກຈາກນັ້ນ, ກໍ່ມີຜູ້ຕ່າງໜ້າຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ແລະ ຊາວກະສິກອນກຸ່ມຜະລິດຜັກບ້ານສິມມະໂນໃຕ້ ເຂົ້າຮ່ວມທັງໝົດ ຈໍານວນ 46 ທ່ານ, ຍິງ 11 ທ່ານ.

ອຸປະກອນທີ່ມອບໃນຄັ້ງນີ້ປະກອບມີ ເຊັນ: ອີເອັມ 86 ລິດ, ກາກນໍ້າຕານ 86 ລິດ, ຈຸລິນຊີສັງເຄາະແສງ 86 ລິດ, ເມັດພັນເຂົ້າຝ່າງທີ່ໃຊ້ເຂົ້າໃນການຜະລິດເຊື້ອຣາໄມໂຄລິສາ 5 ກິໂລກຼາມ ແລະ ອຸປະກອນຜະລິດກັບດັກແມງໄມ້ສັດຕູພືດຜັກ ລວມມູນຄ່າທັງໝົດ 9,538,000 ກີບ ໃຫ້ແກ່ຊາວກະສິກອນເພື່ອນໍາໄປຜັນຂະຫຍາຍ ແລະ ໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຕຈິງຂອງຕົນເອງ ເພື່ອຫຼຸດຜ່ອນການນໍາໃຊ້ຝຸ່ນເຄມີ ແລະທສານເຄມີປ້ອງກັນກໍາຈັດແມງໄມ້ສັດຕູພືດໃຫ້ໜ້ອຍລົງ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ.  ນອກຈາກນັ້ນ, ຍັງໄດ້ຝຶກອົບຮົມທາງດ້ານເຕັກນິກການຜະລິດຝຸ່ນບົ່ມຊີວະພາບ ແລະ ເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດຜັກ ໂດຍຄູຝຶກຈາກສູນພັດທະນາທີດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ, ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຊຽວຊານຈາກປະເທດເກົາຫຼີໃຕ້. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດທາງດ້ານເຕັກນິກການຜະລິດທີ່ສາມາດຫຼຸດຕົນທຶນການຜະລິດ ເນື່ອງຈາກວ່າການຜະລິດພືດຜັກຂອງຊາວກະສິກອນໃນປະຈຸບັນມີຕົ້ນທຶນທີຂ້ອນຂ້າງສູງ ໂດຍສະເພາະຕົ້ນທຶນທີ່ມາຈາກການຊື້ຝຸ່ນເຄມີ ແລະ ຢາປ້ອງກັນກໍາຈັດພະຍາດແມງໄມ້ສັດຕູພືດ ທີ່ມີລາຄາສູງຂຶ້ນເປັນສອງເທົ່າ, ການຝຶກອົບຮົມໃນຄັ້ງນີແມ່ນໄດ້ເນັ້ນໃສ່ການປະຕິບັດໂຕຈິງຫຼັກ ແລະ ສາມາດນໍາໄປຜັນຂະຫຍາຍໄດ້ຈິງ  ເຊັ່ນ: ການຜະລິດຝຸ່ນບົ່ມຊີວະພາບ, ການຜະລິດເຊື້ອລາໄມໂຄລິສາ ແລະ ການຜະລິດຈຸລິນຊີສັງເຄາະແສງເພື່ອໃຊ້ເຂົ້າໃນການປັບປຸງດິນ, ການຜະລິດນໍ້າສະກັດຊີວະພາບຈາກໄຂ່ແດງ ແລະ ການຜະລິດກັບດັກ ເພື່ອໃຊ້ເຂົ້າໃນການປ້ອງກັນ ແລະ ກໍາຈັດ ແມງໄມ້ສັດຕູພືດຜັກ ທີ່ສາມາດຊ່ວຍໃຫ້ຊາວກະສິກອນສາມາດຫຼຸດຜ່ອນຕົ້ນທຶນການຜະລິດຈາກການນໍາໃຊ້ສານເຄມີ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນໄດ້.

WhatsApp Image 2022-05-25 at 10.03.02 (1) WhatsApp Image 2022-05-25 at 10.03.01 WhatsApp Image 2022-05-25 at 10.03.01 (1) WhatsApp Image 2022-05-25 at 10.03.00 WhatsApp Image 2022-05-25 at 10.03.00 (1) WhatsApp Image 2022-05-25 at 10.02.16 WhatsApp Image 2022-05-25 at 10.02.16 (1) WhatsApp Image 2022-05-25 at 10.02.15

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ