NAFRI ສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄງການພາເຂົ້າລາວ
ສຶບຕໍ່ຈັດຕັ້ງປະຕິບັດວຽກງານໂຄງການພາເຂົ້າລາວ ພາຍໃຕ້ການຊີ້ນຳ – ນຳພາໂດຍສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE), ສະໜັບສະໜຸນຫຼັັກໂດຍ ອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດເຊີແລນ(SDC) ໃນຕອນບ່າຍຂອງວັນທີ 23 ທັນວາ 2020, ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໄດ້ມີພິທີເຊັນເອກະສານຮ່ວມມືດ້ານວິຊາການ ລະຫວ່າງສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE), ໃນການຈັດຕັ້ງປະຕິບັດໂຄງການພາເຂົ້າລາວ 1 ປີ ເລີ່ມແຕ່ເດືອນ 1/2021-12/2021. ພາຍໃນພິທີ ເຊິ່ງນຳພາ ແລະ ເຊັນເອກະສານໂດຍ ທ່ານ ປອ ໃຈ ບຸນພະນຸໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Dr. Michael […]
ກອງປະຊຸມ ປຶກສາຫາລືວິຊາການ ກ່ຽວກັບ ການສ້າງແມ່ບົດບັນຊີລາຍຊື່ຊະນິດພັນໄມ້ ສຳລັບ ສປປ ລາວ
ດັ່ງທີ່ບັນດາທ່ານໄດ້ຮັບຮູ້ກັນແລ້ວວ່າ ສະພາບການນໍາໃຊ້ບັນດາຂໍ້ມູນ ເອກະສານລາຍຊື່ຊະນິດ ພັນໄມ້ ເພື່ອເປັນບ່ອນອີງຕໍ່ ກັບການນໍາໃຊ້ຊັບພະຍາກອນປ່າໄມ້ ກໍຄື ການຂຸດຄົ້ນ ການຜະລິດ ແລະ ການສົ່ງໄມ້ອອກໄມ້ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ ແມ່ນມີການນໍາໃຊ້ແບບພື້ນຖານ ແລະ ມີຂໍ້ຈໍາກັດດ້ານຂໍ້ມູນ ໂດຍສະເພາະແມ່ນຊື່ຊະນິດພັນໄມ້ (ຊື່ພື້ນເມືອງ ການຄ້າ ຫຼື ຊື່ວິທະຍາ ສາດ) ທີ່ຍັງບໍ່ມີຄວາມຊັດເຈນ ເຊີ່ງເປັນສາເຫດເຮັດໃຫ້ມີຂໍ້ຫຍຸ້ງຍາກ ແລະ ເປັນຊ່ອງຫວ່າງໃນການແຈ້ງຊື່ຊະນິດພັນໄມ້ທີ່ບໍ່ຖືກຕ້ອງໃນຂອດການຄ້າໄມ້ທັງພາຍໃນ ແລະ ສົ່ງອອກ; ເມື່ອເຫັນໄດ້ບັນຫາດັ່ງກ່າວ ທາງຄູ່ຮ່ວມມືຈັດຕັ້ງປະຕິບັດໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນແຜນງານ ປະຕິບັດກົດໝາຍປ່າໄມ້ FAO-EU FLEGT ແລະ ຜູ້ໃຫ້ທືນ ກໍຄື ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາ ຊາດ ຈື່ງເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ ຈື່ງໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າ ກປ ແລະ ພັດທະນາ ຊົນນະບົດ ຂອງພວກເຮົາ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ ໄດ້ຂຽນບົດສະເໜີໂຄງການສ້າງແມ່ບົດລາຍຊື່ໄມ້ໃນ […]





Users Today : 153
Users Yesterday : 571
This Month : 14431
This Year : 104543
Total Users : 812533