National Agriculture and Forestry Research Institute

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ XI

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ມີຖຸນາ 2020, ທີ່ສະໂມສອນ ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໃຫ້ກຽດເປັນປະທານຂອງທ່ານ ທອງພັດ ວົງມະນີ ຮອງຄະນະພັກກະຊວງກະສິກຳ ແລະ ປ່າໄມ້, ທັງຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີສະຫາຍ ນາງ ບັນດິດ ປະທຸມວັນ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ທອງພຸດ ພັນດານຸວົງ ຮອງປະທານກຳມະບານ ກະຊວງກະສິກຳ ແລະ ປ່າໄມ້, ທ່ານສົມຫວັງ ພິມມະສອນ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້, ບັນດາແຂກທີ່ມາຈາກກະຊວງຕ່າງໆອ້ອມຂ້າງ, ບັນດາແຂກຄະນະພັກຮາກຖານແຕ່ລະກົມກອງ, ສະຖາບັນອ້ອມຂ້າງກະຊວງ ພ້ອມຜູ້ແທນສົມບູນກອງປະຊຸຸມໃຫຍ່ເຂົ້າຮວມຢ່າງພ້ອມພຽງ ຈຳນວນທັງໝົດ […]

ຂະບວນການປູກຕົ້ນໄມ້ຕ້ອນຮັບວັນເດັກນ້ອຍສາກົນ ແລະ ການຢ້ຽມຊົມກິດຈະກຳຂອງໂຄງການ AFACI

ເພື່ອຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ 2020 ທີ່ຈະມາເຖິງນີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັັດຂະບວນການປູກຕົ້ນໄມ້ຂຶ້ນທີ່  ສູນຄົ້ນຄວ້າພືດຜັກແລະ ໄມ້ໃຫ້ໝາກໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2020 ໂດຍການເປັນປະທານຂອງທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ໄປ່ໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ປອ ບຸນຖອງ ບົວຫອມ ທີ່ປຶກສາ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ ຫົວໜ້າສູນ, ພະນັກງານ, ຊາວໜຸ່ມ,ເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ເຊິງໃນການປູກຕົ້ນໄມ້ກໍມີນ້ອງນ້ອຍເຍົາວະຊົນມາຮ່ວມປູກນຳ ແລະ ທ່ານ ປອ ໃຈ ບຸນພະນຸໄຊ ໄດ້ມອບຂອງຂວັນໃຫ້ເດັກນ້ອຍເພື່ອຕ້ອນຮັບວັນເດັກນ້ອຍສາກົນທີ່ຈະມາເຖິງນີ້ພ້ອມ. ຫຼັງຈາກປູກຕົ້ນໄມ້ສຳເລັດແລ້ວ ກໍ່ໄດ້ມີການຢ້ຽມຢາມກິດຈະກຳຂອງໂຄງການ AFACI ເປັນຕົ້ນແມ່ນ ການຢ້ຽມຊົມເຮືອນອົບກ້ວຍ ແລະ ສວນໝາກເລັ່ນເປັນຕົ້ນ.