National Agriculture and Forestry Research Institute

504112019

ການສ້າງຂະບວນການອອກແຮງງານລວມ ຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັນຂື້ນທີ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ, ວັນທີ 01 ພະຈິກ 2019. ໂດຍມິບັນດາຄະນະ ຊາວໜຸ່ມຮາກຖານແຕ່ລະກົມ, ໂຮງຮຽນ ທີ່ຂື້ນກັບຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມຂະບວນການດັ່ງກ່າວ. ນຳພາການສ້າງຂະບວນການໃນຄັ້ງນີ້ໂດຍ: ສະຫາຍ ສົມຫວັງ ພີມມະສອນ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງກະສິກຳ ແລະ ປ່າໄມ້.
404112019

ຄະນະ ຊາວໜຸ່ມ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ນຳພາໂດຍ: ສະຫາຍ. ມະໂນລັກ ບຸນສີຫາລາດ ເລຂາຄະນະຊາວໜຸ່ມ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດພ້ອມດ້ວຍຄະນະໜ່ວຍຊາວໜຸ່ມສູນອ້ອມຂ້າງ ຊປປລ ຮາກຖານ ສກປພ ທັງໝົດ 23 ສະຫາຍກໍ່ໄດ້ເຂົ້າຮ່ວມການສ້າງຂະບວນການດັ່ງກ່າວ. ການສ້າງຂະບວນການຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຕ້ອນຮັບວັນຊາດ ທີ 02 ທັນວາ ຄົບຮອບ 44 ປີ, ກອງປະຊຸມໃຫຍ່ 03 ຂັ້ນ ຂອງອົງຄະນະພັກ ກະຊວງກະສິກຳ ແລະ ປ່າໄມ້, ບັ້ນດຳເນີນການກວດກາ 4 ບຸກ ຂອງຊາວໜຸ່ມ ປະຈຳປີ 2019, ການດຳເນີນກອງປະຊຸມໃຫຍ່ 03 ຂັ້ນຂອງຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້, ວັນຄົບຮອບວັນສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ຄົບຮອບ 25 ປີ ແລະ ກະກຽມພິທີເປີດນ້ຳໃຫ້ແກ່ການຜະລິດລະດູແລ້ງ.
604112019
ໂດຍ: ສຸລິວົງ ກອງມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ຮູບພາບໂດຍ: ທ. ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້