National Agriculture and Forestry Research Institute

104112019

ກອງປະຊຸມປຶກສາຫາລືກ່ຽວກັບການຜະລິດພືດຜັກປ້ອນຕະຫຼາດ ໄດ້ຈັດຂື້ນໃນວັນທີ 4 ພະຈິກ 2019 ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໂດຍກະຊວງກະສິກຳ ແລະ ປ່າໄມ້ຮ່ວມກັບພາກສວ່ນທີ່ກ່ຽວຂ້ອງບໍ່ວ່າຈະແມ່ນຈາກພາກລັດ, ອຳນາດການປົກຄອງບ້ານ, ກຸ່ມຜະລິດພືດຜັກ ແລະ ແມ່ຄ້າຄົນກາງ ທີ່ຢູ່ໃນກົນໄກຕ້ອງໂສ້ການຕະຫຼາດພືດຜັກ. ໃຫ້ກຽດເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ: ທ່ານ. ປອ. ພວງປາຣິສັກ ປຣະວົງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ຈຸດປະສົງກໍ່ແມ່ນເພື່ອເປັນການປຶກສາຫາລືກ່ຽວກັບທິດທາງການຜະລິດພືດຜັກ ແລະກົນໄກຕ່າງໆທີກ່ຽວຂ້ອງເພື່ອໃຫ້ສາມາດຕອບສະໜອງໃຫ້ຕະຫຼາດນະຄອນຫຼວງວຽງຈັນໄດ້ໂດຍພື້ນຖານ. ທ່ານ. ປອ. ພວງປາຣິສັກ ປຣະວົງຄຳຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ໄດ້ກ່າວວ່າ: ພວກເຮົາຕ້ອງມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ວ່າຄວນຈະມີການກຳນົດມາດຕະຖານ ແລະ ເງື່ອນໄຂແນວໃດໃຫ້ຈອດກັນລະຫວ່າງຜູ້ຜະລິດ ແລະ ຜູ້ຈຳໜ່າຍ. ກອງປະຊຸມດັ່ງກ່າວຖືວ່າມີຄວາມສຳຄັນກັບກຸ່ມຜູ້ຜະລິດ ແລະ ຜູ້ຊື້ ເພື່ອປັບປຸງຂອດການຜະລິດພາຍໃນໃຫ້ນັບມື້ນັບດີຂື້ນ ໂດຍສະເພາະກຸ່ມຜູ້ຜະລິດເພື່ອປ້ອນຕະຫຼາດນະຄອນຫຼວງວຽງຈັນ ຊື່ງພາກລັດໄດ້ຊຸກຍູ້ສົ່ງເສີມກະສິກຳສະອາດເພື່ອໃຫ້ ມີການຜະລິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ນອກຈາກການຜະລິດພືດຜັກສະອາດແລ້ວຍັງມີການຜະລິດໄມ້ໃຫ້ໝາກ ແລະ ໃນຕໍ່ໜ້າກໍ່ຈະມີການສົ່ງເສີມການລ້ງງສັດໃຫຍ່ໃນນະຄອນຫຼວງວຽງຈັນ.
ຂະນະທີ່ກຸ່ມຜູ້ຜະລິດລະບຸວ່າ: ໃນໄລຍະຜ່ານມາຊາວກະສິກຳແມ່ນຖືກກົດລາ ແລະ ເອົາປຽບໃນການເກັບຊື່ແຕ່ລະຄັ້ງ ຊຶງປັດຈຸບັນການຂາຍຜົນຜະລິດແມ່ນມີພໍ່ຄ້າຄົນກາງມາເລາະເກັບຊື້ແລະກຳໜົດລາຄາໃຫ້ ຊຶງເຮັດໃຫ້ ບໍ່ສາມາດຕໍ່ລອງກັບເຂົາເຈົ້າໄດ້ ຕົວຢ່າງ: 1 ໝື່ນເທົ່າກັບ 12 ໂລ ແຕ່ວ່າຕົວຈິງແລ້ວແມ່ຄ້າຈະໄດ້ເຖີງ 15 -17 ກິໂລກຼາມ. ສະນັ້ນ, ຈິ່ງຮຽກຮ້ອງມາຍັງພາກລັດຊ່ວຍແກ້ໄຂດ່ວນເລື້ອງສັນຍາຊື້ – ຂາຍກັບແມ່ຄ້າຄົນກາງກໍ່ຄືໃຫ້ມີການເຊັນສັນຍາຊື້ – ຂາຍຄັກແນ່ວ່າແມ່ຄ້າຈະຮັບເກັບຊື້ໝື່ນໝື່ນເທົ່າໃດກັນແທ້ ແລະ ຢາກໄດ້ພືດຜັກປະເພດໃດແດ່. ຂະນະທີ່ຫົວໜ້າກຸ່ມປູກຜັກຍັງຮັບປະກັນວ່າມີຄວາມພ້ອມປູກພືດຜັກຕາມຄວາມຕ້ອງການຂອງແມ່ຄ້າ ແລະ ສະໜອງຢ່າງພຽງພໍຕາມຄວາມຕ້ອງການຂອງຕະຫຼາດນະຄອນຫຼວງວຽງຈັນ.
304112019
ຮຽງຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ກວດແກ້ໂດຍ: ທ່ານ. ມະໂນລັກ ບຸນສີຫາລາດ ຫົວໜ້າສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້