ການເຂົ້າຮ່ວມວາງສະແດງຜົນງານການຄົ້ນຄວ້າ ທີເປັນທ່າແຮງໃນການທົດແທນ ການນຳເຂົ້າຈາກຕ່າງປະເທດໃນງານ ວັນອາຫານໂລກ
ງານວາງສະແດງສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ໄດ້ຈັດຂື້ນ ລະຫວ່າງວັນທີ 15 – 19 ຕຸລາ 2019 ທີ່ສູນການຄ້າລາວ – ໄອເຕັກ. ພາຍໃຕ້ຄໍາຂັວນ “ການກະທຳຂອງພວກເຮົາ ຄືອານາຄົດຂອງພວກເຮົາ, ສົ່ງເສີມການກິນອາຫານທີ່ດີ ມີຄຸນຄ່າຕໍ່ສຸຂະພາບ ເພື່ອການລຶບລ້າງຄວາມອຶດຫີວໃນໂລກ” ໂດຍການເປັນເຈົ້າພາບລະຫວ່າງກະຊວງກະສິກຳ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ ແລະ ອົງການພັດທະນາ ແຫ່ງສະຫະປະຊາຊາດ. ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ໂດຍມິບັນດາພະລັງມວນຊົນເຂົ້າຮ່ວມງານໃນຄັ້ງນີ້ປະກອບມີ: ເອກະຄັກຄະລັດຖະທູດ, ທູຕານຸທູດ, ຄູ່ຮ່ວມພັດທະນາ, ບັນດາກົມທີ່ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້, ບັນດາໂຄງການ, ອົງການຕ່າງໆ ແລະ ຜູ້ປະກອບການທາງດ້ານກະສິກຳ ແລະ ປ່າໄມ້. ງານວັນອາຫານໂລກປີນີ້ແມ່ນສຸມໃສ່ອາຫານທີ່ດີຕໍ່ສຸຂະພາບ, ການລຶບລ້າງໄພອຶດຫີວແມ່ນບູລິມະສິດອັນສຳຄັນຂອງອົງການອາຫານ ແລະ ການກະສເດ, […]
ກອງປະຊຸມປຶກສາຫາລື ແລະ ແນະນຳກ່ຽວກັບການຮ່ວມໃຊ້ລະບົບຖານຂໍ້ມູນ
ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 1 – 2 ຕຸລາ 2019 ທີ່ສູນຝຶກອົບຮົມບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນ. ໂດຍການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູ່ເຂດພູດອຍ (TABI), ສູນພັດທະນາ ແລະ ສິ່ງແວດລ້ອມ (CDE).ໃຫ້ກຽດເປັນປະທານໂດຍທ່ານ ປອ. ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສະເໜີ ແລະ ແນະນຳການນຳໃຊ້ລະບົບຖານຂໍ້ມູນ ແລະ ການຄຸ້ມຄອງຖານຂໍ້ມູນໃຫ້ແກ່ບັນດາເຄືອຂ່າຍການຄົ້ນຄວ້າ ແລະ ພັດທະນາກະສິກຳ ແລະ ປ່າໄມ້ ທີ່ຕິດພັນກັບຊີວະນາໆພັນ. ຂາວໂດຍ: ສຸລິວົງ ກອງມະນີວົງ ກວດແກ້: ມະໂນລັກ ບຸນສີຫາລາດ






Users Today : 150
Users Yesterday : 571
This Month : 14428
This Year : 104540
Total Users : 812530