ພິທີສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ
ພິທີສະຫຼອງວັນອາຫານໂລກ ຄັ້ງທີ່ 38, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ ຄັ້ງທີ່ 15 ປະຈໍາປີ 2018. ວັນທີ 16 ຕຸລາ 2018 ນີ້, ຢູ່ທີ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ນະຄອນຫຼວງວຽງຈັນ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການສະຫະປະຊາຊາດປະຈຳ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງ ສອງວັນສຳຄັນຄື ວັນອາຫານໂລກ 16 ຕຸລາ ແລະ ວັນສາກົນ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ 17 – 24 ຕຸລາ ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ, ພ້ອມດຽວກັນນີ້ ກໍ່ໄດ້ຮັບກຽດ ຮວມເປັນປະທານຂອງ ທ່ານ ປະລິນຍາເອກ ລຽນ […]
ການຝຶກອົບຮົມ ການຈັດການຂໍ້ມູນເທິງເວັບໄຊ໌ ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ
ໃນລະຫວ່າງວັນທີ 8-12 ຕຸລາ 2018 ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ໌ ໃຫ້ແກ່ພະນັກງານພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ຜູ້ທີ່ຮັບຜິດຊອບໃນວຽກງານການຄຸ້ມຄອງ ແລະ ບໍລິຫານເວັບໄຊ໌ ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 4 ທ່ານ ໃນການຝຶກອົບຮົມການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ໌ຄັ້ງນີ້ແມ່ນ ເພື່ອແນໃສ່ໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ມີລະບົບການຄຸ້ມຄອງ, ບໍລິຫານເວັບໄຊ໌ເປັນມາດຕະຖານ ແລະ ເຮັດໃຫ້ພະນັກງານວິຊາການຜູ້ຮັບຜິດຊອບວຽກງານດັ່ງກ່າວ ສາມາດຄຸ້ມຄອງ, ພັດທະນາເນື້ອຫາຂໍ້ມູນຂ່າວສານຂອງກະຊວງ ທີ່ຕ້ອງການນຳຂຶ້ນສູ່ເວັບໄຊໃນການເຜີຍແຜ່ຂໍ້ມູນຂ່າວສານໃຫ້ມີຄວາມສະດວກວອງໄວ ແລະ ເຮັດໃຫ້ເວັບໄຊ ພະແນກມີການແລກປ່ຽນຂໍ້ມູນຂ່າວສານທັງພາຍໃນ ແລະ ພາຍນອກ ແລະ ອັບເດດຂ່າວຢ່າງເປັນສະໝຳສະເໝີ, ພ້ອມກັນນີ້ກໍ່ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະແນກຕໍ່ກັບທາງດ້ານການພັດທະນາຂໍ້ມູນຂ່າວສານ ໃຫ້ມີຫຼາຍຮູບແບບຂອງການເຜີຍແຜ່ໂຄສະນາ ໃນການຈັດການຂໍ້ມູນເນື້ອຫາໃນເວັບໄຊໃນຂັ້ນພື້ນຖານ. ໃນການຈັດຝຶກອົບຮົມ ການຈັດການຂໍ້ມູນເທິງເວັບໄຊ໌ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ໂດຍໃຊ້ລະບົບ CMS ໃນການຈັດການ ໃນຄັ້ງນີ້ແມ່ນໄດ້ນຳໃຊ້ທິດສະດີ ແລະ […]





Users Today : 152
Users Yesterday : 571
This Month : 14430
This Year : 104542
Total Users : 812532