National Agriculture and Forestry Research Institute

20180703

ໃນລະຫວ່າງວັນທີ 3-4 ກໍລະກົດ 2018 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການຄົ້ນຄວ້າການຕະຫຼາດ, ການຈັດການຫຼັງເກັບກ່ຽວ ແລະ ຜະລິດພືດຜັກແບບອຸດສາຫະກໍາ (ACIAR) ໄດ້ເປີດຝຶກອົບຮົມໃຫ້ແກ່ພະນັກງານວິຊາການ ໃນຫົວຂໍ້ ການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ ຂອງພືດຜັກແບບປະສົມປະສານ ໂດຍການເປັນປະທານ ຂອງທ່ານ ປອ ບຸນເນືອງ ດວງບຸບຜາ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້  ໝາກ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 15 ທ່ານ ຈາກຫຼາຍພາກສ່ວນ ເຊັ່ນ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້  ໝາກ, ສູນປ້ອງກັນພືດ ກົມປູກຝັງ ແລະ ຊຽວຊານຈາກປະເທດອົດສະຕາລີ.

ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ: 1). ເພື່ອປັບປຸງ ແລະ ພັດທະນາຄວາມສາມາດທາງດ້ານການຈັດການພະຍາດ ແລະ ແມງໄມ້ ຂອງພືດຜັກ, 2). ເພື່ອປັບປຸງ ແລະ ພັດທະນາລະບົບການປູກພືດຜັກເພື່ອໃຫ້ເກີດປະໂຫຍດສູງສຸດ, ມີຄວາມປອດໄພ ແລະ ຄວາມຍືນຍົງ.

ການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍ ແລະ ສອດຄອງກັບເປົ້າໝາຍ ແລະ ນະໂຍບາຍຂອງພັກ-ລັດຖະບານໃນການຫຼຸດຜ່ອນການນໍາໃຊ້ສານເຄມີເຂົ້າໃນການຜະລິດກະສິກໍາໂດຍສະເພາະການຜະລິດພືດຜັກ, ເນືອງຈາກວ່າການຜະລິດພຶດຜັກແມ່ນປະສົບບັນຫາຫຼາຍຢ່າງ ເຊັ່ນ: ຕົ້ນທຶນການຜະລິດທີ່ຂ້ອນຂ້າງສູງ, ຕະຫຼາດທີ່ບໍ່ແນນອນ, ການປ່ຽນແປງດິນຟ້າອາກາດ, ແລະ ໂດຍສະເພາະຢ່າງຫຍິງແມ່ນການລະບາດຂອງພະຍາດແມງໄມ້ສັດຕູພືດ ເຊັ່ນ: ພະຍາດຫຽວຂຽວ, ພະຍາດໃບກູດເຫຼືອງ, ແມງວີຂາວ ແລະ ເພ້ຍຊະນິດຕ່າງໆ ເຊິ່ງເປັນສັດຕູພືດທີ່ສໍາຄັນທີ່ສ້າງຜົນເສຍຫາຍຫຼາຍໃຫ້ແກ່ການຜະລິດພືດຜັກ ເຊິ່ງຈະເຫັນໄດ້ວ່າການຝຶກອົບຮົມໃນຄັ້ງນີ້ຈະເປັນໂອ ກາດອັນດີທີ່ສາມາດເຮັດໃຫ້ມີການຮຽນຮູ້ ແລະ ການແລກປ່ຽນບົດຮຽນທາງດ້ານວິຊາການກ່ຽວກັບການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູຂອງພືດຜັກແບບປະສົມປະສານ. ການດໍາເນີນການຝຶກອົບຮົມແມ່ນໄດ້ແບ່ງເປັນ 2 ພາກ ເຊັ່ນ: ພາກທິດສະດີ ແລະ ການລົງຢ້ຽມຢາມໃນພື້ນທີ່ການຄົ້ນຄວ້າທົດລອງໂຕຈິງຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ຜົນໄດ້ຮັບຜ່ານການຝຶກອົບ ໃນໄລຍະ 2 ວັນ ໄດ້ຮຽນຮູ້ກ່ຽວກັບການສະພາບບັນຫາຂອງການຜະລິດພືດຜັກຂອງຊາວກະສິກອນໃນປະຈຸບັນ, ຫຼັການທົ່ວໄປຂອງການປ້ອງກັນພືດແບບປະສົມປະສານ, ການປ້ອງກັນພືດແບບການປູກພືດໝູນວຽນ, ການປ້ອງກັນພືດແບບຊີວະວິທະຍາໂດຍສະເພາະການນໍາໃຊ້ເຊື້ອຣາທີ່ເປັນປະໂຫຍດເຊັ່ນ: ເຊື້ອຣາ Trichoderma ເຂົ້າໃນການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູຂອງພືດຜັກ ແລະ ນອກຈາກນັ້ນ, ຍັງໄດ້ຮຽນຮູກ່ຽວກັບຈຸດດີ ແລະ ຈຸດອ່ອນຂອງການປ້ອງກັນພືດແບບປະສົມປະສານເຂົ້າໃນການຜະລິດພືດຜັກ ແລະ ການວາງແຜນໃນການຄົ້ນຄວ້າທົດລອງໃນຕໍ່ໜ້າກ່ຽວກັບການປ້ອງກັນພືດໂດຍການປູກພືດໝູນວຽນ ແລະ ການນໍາເຊື້ອຣາທີ່ເປັນປະໂຫຍດ.

ບົດຮຽນທີ່ຖອດຖອນໄດ້ຈາກການຝຶກອົບຮົມໃນໄລຍະ 2 ວັນ ສາມາດຖອດຖອນໄດ້ຄື: 1). ບັນຫາຂອງການຜະລິດພືດຜັກຂອງຊາວກະສິກອນຈະເຫັນໄດ້ວ່າມີຫຼາຍສາເຫດ ເຊັນ: ບັນຫາຄວາມຊິນເຄີຍ, ບັນຫາທາງດ້ານຄວາມຮູ້ຄວາມສາມາດ, ບັນຫາທາງດ້ານຊັບພະຍາກອນ ແລະ ບັນຫາສະພາບແວດລ້ອມ, 2). ສະພາບການປ່ຽນແປງດິນຟ້າອາກາດຈະເຮັດໃຫ້ມີຜົນກະທົບໂດຍກົງ ແລະ ທາງອ້ອມຕໍ່ກັບການຜະລິດພືດຜັກ ໂດຍສະເພາະການປ່ຽນແປງດິນຟ້າອາກາດແມ່ນສົ່ງຜົນໃຫ້ເກີດການລະບາດຂອງພະຍາດ ແລະ ແມງໄມ້ສັດຕູທີ່ສໍາຄັນຂອງພືດຜັກຫຼາຍຂຶ້ນ.

 

ຮຽບຮຽງໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ