National Agriculture and Forestry Research Institute

222

ໃນລະຫວ່າງວັນທີ່ 6-7 ເດືອນ ມີຖຸນາ ປີ 2018  ຜ່ານມາ ທ່ານ ປອ ຖາວອນອິນທະວົງ ຫົວໜ້າ ສູນຄົ້ນຄ້ວາກະສິກໍາຕໍ່ການປ່ຽນແປງດິນຟ້າອາກາດ ແລະ Mr. Erik Junge Maden   ຜູ້ປະສານງານ ອົງການ Care ແລະ ຜູ້ຈັດຕັ້ງປະຕິບັດໂຄງການໃຫ້ຄຳແນະນຳທາງດ້ານອຸຕຸ-ກະສິກຳ ແລະ  ເຕັກນິກວິຊາການຕ່າງໆ ພ້ອມດ້ວຍພະນັກງານວິຊາການຈາກບັນດາສູນຕ່າງໆ ເຊັ່ນ; ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ສູນຂໍ້ມູນຂ່າວນສານ ກະສິກຳ ແລະ ປ່າໄມ້, ສູນຄົ້ນຄ້ວາເຂົ້າ (ນາພອກ) ໄດ້ເຂົ້າຮ່ວມກອງປະຊຸມຝືກອົບຮົມດັ່ງກ່າວ ເຊີ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມ ບ້ານ ແອກຊ້າງ ເມືອງ ໂພນໂຮງ ແຂວງ ວຽງຈັນ ໃນວາລະເລີ່ມຕົ້ນຂອງກອງປະຊຸມ ທ່ານ ໝອນ ແສງທະວົງ ຫົວໜ້າ ກຸ່ມໂຮງຮຽນຊາວນາໄດ້ຂື້ນລາຍກ່ຽວກັບການຜະລິດນາປີ ໃນປີ 2017 ທີ່ຜ່ານມາ ເຖີງຂໍ້ດີ ແລະ ຂໍ້ເສຍທີ່ເກີດຂື້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງເພື່ອຫາທາງແກ້ໄຂເຖີງບັນຫາທີ່ເກີດໃນປີຜ່ານມາ ເພື່ອກຽມໃສ່ການຜະລິດ ປີ 2018 ນີ້. ນອກຈາກນີ້ ທ່ານ ປອ ຖາວອນ ອິນທະວົງ ໄດ້ຂື້ນລາຍງານຂອງກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດຂອງໂຮງຮຽນຊາວນາດັ່ງນີ້:

ເຊີ່ງກອງປະຊຸມດັ່ງກ່າວຍັງໄດ້ພັດປ່ຽນໃຫ້ພະນັກງານວິຊາການຂອງແຕ່ລະສູນທີ່ເຂົ້າຮ່ວມ ຂື້ນຖ່າຍທອດຄວາມຮູ້ ແລະ ເຕັກນິກຕ່າງໆ ໃຫ້ຊາວກະສິກອນໄດ້ຮັບຟັງ ເຊັ່ນ:

ນອກຈາກນີ້ທາງໂຄງການຍັງໄດ້ມອບແນວພັນເຂົ້າ ແລະ ອຸປະກອນການເຮັດນໍ້າໝັກຊິວະພາບ, ໂທລະສັບ (ສະມາດໂຟນ) ໃຫ້ຄອບຄົວຕົວແບບໂຮງຮຽນຊາວນາເພື່ອຈັດຕັ້ງປະຕິບັດກິດຈະກໍາປູກເຂົ້ານານໍ້າຝົນ ສຳຫຼັບລະດູການຜະລິດ ປີ 2018 ນີ້,

ໃນມືື້ທີ່ສອງຂອງກອງປະຊຸມ ຜູ້ປະສານງານ ອົງການ Care, ທ່ານ Erik Junge Maden   ຍັງໄດ້ລົງພາກສະໜາມເພື່ອຕິດຕາມກິດຈະກຳຂອງ ໂຮງຮຽຊາວນາ ໃນພາກປະຕິບັດຕົວຈິງ ເຊີ່ງປະກອບດ້ວຍດັ່ງນີ້:

ຫຼັງຈາກວິຊາການທີ່ກ່ຽວຂ້ອງໄດ້ນຳພາຊາວກະສິກອນ ເຮັດກິດຈະກຳພາກປະຕິບັດໂຕຈິງສຳເລັດເປັນທີ່ຮຽບຮ້ອຍແລ້ວ ຜູ້ປະສານງານ ອງົການ  Care, ທ່ານ Erik Junge Maden  ກໍ່ໄດ້ກ່າວຄວາມຂອບໃຈມາຍັງ ຫົວໜ້າ ກຸ່ມໂຮງຮຽນຊາວນາ ແລະ ສະມາຊິກທຸກຄົນທີ່ໄດ້ໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ 2 ມື້ຜ່ານມາ ແລະ ທ່ານ Erik ກໍ່ຫວັງຢ່າງຍິ່ງວ່າອົງການກັບ ກຸ່ມໂຮງຮຽນຊາວນາ ຈະໄດ້ເຮັດຮ່ວມກັນໃນຕໍ່ໜ້າອີກ.

ໂດຍ: ສົມສຸກ ບຸບຜາພອນ

ສູນຄົ້ນຄ້ວາກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ