National Agriculture and Forestry Research Institute

ກົງຈັກ​ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະກອບດ້ວຍ:  

  1. ພະແນກ​ແຜນການ ​ແລະ ບໍລິຫານ;
  2. ສູນຄົ້ນຄວ້າເສດຖະກິດຊົນນະບົດ ​ແລະ ກະສິກໍາຕໍ່ການປັບ​ຕົວປ່ຽນແປງດິນຟ້າອາກາດ;
  3. ສູນຄົ້ນຄວ້າເຂົ້າ ​ແລະ ພືດເສດຖະກິດ;
  4. ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ;
  5. ສູນຄົ້ນຄວ້າການລ້ຽງສັດ;
  6. ສູນຄົ້ນຄວ້າການປະມົງ;
  7. ສູນຄົ້ນຄວ້າປ່າໄມ້;
  8. ສູນຂໍ້ມູນຂ່າວສານກະສິກໍາ ແລະ ປ່າໄມ້;
  9. ສູນວິໄຈຢາງພາລາລາວ ແລະ ພຶດກະສິກໍາ ຮ່ວມ​ມື​ລາວ-ຈີນ (ຍຸນ​ນານ);
  10. ສູນແນວພັນພືດທີ່ດີ ຮ່ວມມືລາວ-ຈີນ (ກວາງຊີ);
  11. ສູນຄົ້ນຄວ້າກະສິກໍາ (ຫຼວງນໍ້າທາ);
  12. ສູນຄົ້ນຄວ້າກະສິກຳເຂດເນີນສູງ (ຫລວງ​ພະ​ບາງ);
  13. ສູນຄົ້ນຄວ້າກະສິກໍາ ທ່າຊະໂນ (ສະຫວັນ​ນະ​ເຂດ);
  14. ສູນຄົ້ນຄວ້າກະສິກໍາ ພາກໃຕ້ (ຈໍາປາ​ສັກ).

ບຸກຄະລາ​ກອນ​ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະກອບ​ມີ:

  1. ຫົວໜ້າສະຖາບັນ, ຮອງຫົວໜ້າສະຖາບັນ ຈໍານວນໜຶ່ງ;
  2. ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າສູນ, ຮອງຫົວໜ້າສູນ ແລະ ລັດຖະກອນວິຊາການຈໍານວນໜຶ່ງ ຕາມການກຳນົດຕໍາແໜ່ງງານ.