National Agriculture and Forestry Research Institute

 ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະ ກອບມີ 13 ສູນ ; 1 ພະແນກ; 1 ສະພາ ວກປພ ທີ່ເປັນອົງປະກອບຂັບເຄື່ອນວຽກງານ ການຄົ້ນຄວ້າ ຕາມຫົກແຜນງານການຄົ້ນຄວ້າຄື:

  1. ການຄົ້ນຄວ້າເພື່ອການຄຸ້ມ ຄອງແລະນໍາໃຊ້ ຊີວະນາໆພັນ ກະສິກຳ ແລະ ປ່າໄມ້ໃຫ້ຍີນຍົງ;
  2. ການຄົ້ນ ຄວ້າດ້ານແນວພັນ ແລະ ເຕັກນິກເພື່ອຍົກຜະລິດຕະພາບ;
  3. ການຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ເພື່ອການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ;
  4. ການຄົ້ນຄວ້າເສດຖະກິດ ແລະ ການພັດທະນາຊົນນະບົດ;
  5. ພັດທະນາລະ ບົບຂໍ້ມູນຂ່າວສານ; ແລະ
  6. ສ້າງຄວາມອາດສາມາດ ແລະ ຄວາມເຂັ້ມແຂງ. ປະຈຸບັນມີ ພະນັກງານລັດຖະກອນທັງໝົດ 412 ຄົນ (16 ທັນວາ 2021).

ແຜນວາດ 1: ຈຸດສຸມ ແລະ ກິດຈະກໍາ ສະໜັບສະໜູນ ຫົກແຜນງານຂອງ ສະຖາບັນ 2021-2025

ແຫຼ່ງຂໍ້ມູນ: ສັງລວມຈາກແຜນຈຸດສຸມຂອງບັນດາສູນ, ກັນຍາ 2021

Logo 6 ແຜນງານ.jpg.003
  1. ແຜນງານການຄົ້ນຄວ້າ ເພື່ອການຄຸ້ມຄອງ ແລະ ນໍາໃຊ້ຊີວະນາໆພັນກະສິກຳ ແລະ ປ່າໄມ້ໃຫ້ຍີນຍົງ ການເຕົ້າໂຮມ ແລະ ອະນຸລັກເຊື້ອພັນພືດ ແມ່ນ ເຕົ້າໂຮມເຊື້ອພັນພືດຈາກພາຍໃນ ແລະ ຕ່າງປະເທດ ເພື່ອອານຸລັກເພື່ອໃຫ້ມີຄວາມຍືນ ຍົງໄວ້ເປັນແຫຼ່ງເຊື້ອພັນ ເພື່ອສຶກສາຕີລາຄາ ຄຸນລັກຊະນະປະຈໍາພັນໄວ້ ນຳໃຊ້ໂດຍຕົງ ແລະ ນຳໃຊ້ເປັນຖານພັນທຸກຳເພື່ອນຳໃຊ້ພໍ່-ແມ່ພັນໃນການປັບປຸງພັນ, ຂະນະດຽວກັນນັ້ນ ຕ້ອງປູກຟື້ນຊີບເຊື້ອພັນຕົວຢ່າງທັງໝົດທີ່ຮັກສາໃນທະນາຄານເຊື້ອພັນ ເພື່ອຕໍ່ ອາຍຸເມັດພັນບໍ່ໃຫ້ສູນຫາຍ. ມິ 7 ແຜນຈຸດສຸມ ແລະ 24 ກິດຈະກຳ ສະໜັບສະໜູນໂດຍກົງໃຫ້ແຜນ ງານທີ I ແລະ ມີລາຍລະອຽດດັ່ງນີ້້: ການອະນຸລັກ ແລະ ການນໍາໃຊ້ແນວພັນ ເຂົ້າ, ແນວພັນສາລີ, ແນວພັນພືດເສດຖະກິດ, ພືດຜັກ ແລະ ໄມ້ໃຫ້ໝາກ. ນອກຈາກນັ້ນ, ຍັງມີລວມ ມີການ ສຳຫຼວດ, ສຶກສາ, ຢັ້ງຢືນ, ອະນຸລັກ-ຮັກສາ ແລະ ນຳໃຊ້ ແນວພັນສັດພື້ນພື້ນເມືອງ ຢ່າງມີປະສິດຕິຜົນ ແລະ ຢືນຍົງ.

II. ແຜນງານການຄົ້ນຄວ້າ ດ້ານແນວພັນ ແລະ ເຕັກນິກ ເພື່ອຍົກ ຜະລິດພາບການຄົ້ນຄວ້າ ແລະ ພັດທະນາ ແນວພັນພືດ ແລະ ແນວພັນສັດໃໝ່, ການຄົ້ນຄວ້າເຕັກນິກ ຍົກສະມັດຕະພາບ ເປັນວຽກງານສໍາຄັນທີ່ມີ ເປົ້າໝາຍໃນການເພີ່ມຜົນຜະລິດ ເພື່ອຄໍ້າປະ ກັນສະບຽງອາຫານ ແລະ ເປັນສິນຄ້າ, ໃຫ້ກະ ທົບໃສ່ເປົ້າໝາຍ ໃນການພັດທະນາແບບຍືນຍົງ ແລະ ຍຸດທະສາດການເຕີບໂຕສີຂຽວ ແນ່ໃສ່ ປະກອບສ່ວນເຮັດໃຫ້ປະເທດຊາດຫຼຸດພົ້ນຈາກ ຄວາມດ້ອຍພັດທະນາ. ມີ 15 ຈຸດສຸມ ແລະ 40 ກິດຈະກຳສະໜັບສະໜູນໂດຍກົງໃຫ້ແຜນງານທີ II ແລະມີລາຍລະອຽດດັ່ງນີ້້: ການຄົ້ນຄວ້າແນວພັນຜັກພ້ອມຂື້ນທະບຽນ ແລະ ສ້າງເອົາເປັນແນວພັນໄໝ່ທີ່ມີຄຸນນະພາບຫລຸດຜ່ອນການນຳເຂົ້້າ, ຄົ້ນຄວ້າປັບ ປຸງພັນໄມ້ກິນໝາກທີ່ມີເອກະລັກ ແລະ ເປັນທ່າແຮງ ຂອງລາວເຊັ່ນ: ໝາກກ້ຽງ, ໝາກຖົ່ວລຽນ ແລະ ພັນໄມ້ໃຫ້ໝາກອື່ນໆ ແລະ ການຄົ້ນຄວ້າພັດທະນາແນວ ພັນພືດໃໝ່ ແລະ ແນວພັນສັດໃໝ່ ໃຫ້ມີຄວາມສາມາດປັບຕົວຕໍ່ກັບການປ່ຽນ ແປງຂອງສະພາບແວດລ້ອມທັງໃຫ້ຜົນຜະລິດສູງ, ຄຸນນະພາບເປັນທີ່ຍອມຮັບ ຂອງຕະຫຼາດ. ການຄົ້ນຄວ້າເຕັກນິກຍົກສະມັດຕະພາບຂອງການຜະລິດເຂົ້າ, ຜະລິດສາລີ, ພືດເສດຖະກິດ, ພືດຜັກ ແລະ ໄມ້ໃຫ້ໝາກ ເພື່ອເພີມຜົນຜະລິດ ແລະ ລຸດຜ່ອນຕົ້ນທືນໃນການຜະລິດ; ການຄົ້ນຄວ້າເຕັກນິກດ້ານການປະມົງ ແລະ ການລ້ຽງສັດ ເພື່ອເປັນສິນຄ້າ, ຄໍ້າປະກັນສະບຽງອາຫານ ແລະ ໂພຊະນາ ການເຊັ່ນ: ການລ້ຽງງົວ, ພັດທະນາການລ້ຽງໝູ, ການລ້ຽງສັດປີກ, ການລ້ຽງ ແບ້, ການຄົ້ນຄວ້າ ແນວພັນໄມ້, ເຄື່ອງປ່າຂອງດົງ ແລະ ເຕັກນິກການຜະລິດ. ການຄົ້ນຄວ້າດ້ານແນວພັນ, ສ້າງສ່ວນກ້າ ແລະ ສ້າງສວນລວມພັນ ຫຼື ສວນສາ ທິດຢາງພາລາ ແລະ ຄົ້ນຄວ້າວິໄຈກໍານົດມາດຕະຖານຢາງພາລາ. ນອກນີ້, ຍັງ ມີການການຄົ້ນຄວ້າ, ທົດສອບ-ຄັດເລືອກແນວພັນພືດ ທີ່ນໍາເຂົ້າຈາກ ສປ ຈີນ ເພື່ອຄັດເລືອກແນວພັນທີ່ມີຄວາມແທດເໝາະກັບ ສະພາບດິນຟ້າອາກາດຂອງ ລາວ, ທົນທານຕໍ່ພະຍາດແມງໄມ້, ໃຫ້ຜົນຜະລິດສູງ, ຄຸນນະພາບດີ ເພື່ອສົ່ງ ເສີມຊາວກະສິກອນລາວນໍາໃຊ້ໃນຕໍ່ໜ້າ ພ້ອມທັງມີການການບໍລິການ ແລະ ສົ່ງເສີມນໍາໃຊ້ເຕັກນິກໄປພ້ອມກັນ. ໃນແຜນງານນີ້ຍັງມີການຂະຫຍາຍເມັດພັັນ ພຶດ, ພັນສັດ, ພັນປາ ຂອງບັນດາແນວພັນທີ່ຄົ້ນຄວ້າໄດ້ ແລະ ເປັນແນວພັນທີ່ ສົ່ງເສີມໃຫ້ນຳໃຊ້ໃນການຜະລິດເພື່ອຄ້ຳສະບຽງອາຫານ ແລະ ເປັນສີນຄ້າ ເລີ່ມ ຜະລິດແຕ່ເມັດພັນ ຫຼື ແນວພັນບໍລິສຸດ, ລຸ້ນ 1 ແລະ ລຸ້ນ 2 ສະໜອງໃຫ້ກົມ ກ່ຽວຂ້ອງ ກຸ່ມຜະລິດລຸ້ນ 3 ເພື່ອຂະຫຍາຍຕໍ່ໄປ ແລະ ຕອບສະໜອງໃຫ້ກຸ່ມ ຜູ້ປະກອບການ ນຳໄປຜະລິດເປັນສີນຄ້າ.

III. ແຜນງານການຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ເພື່ອການປັບຕົວ ຕໍ່ການປ່ຽນແປງດິນຟ້າອາກາດການຄົ້ນຄວ້າ ດ້ານການປ່ຽນແປງຂອງສະພາບດິນ ຟ້າອາກາດ ທີ່ມີຜົນກະທົບຕໍ່ກັບການຜະລິດກະສິ ກຳ, ໃຫ້ຄຳແນະນຳທາງດ້ານອຸຕຸກະເສດ, ລວມທັງເຕັກນິກ-ວິຊາການ ເພື່ອການປັບຕົວຕໍ່ການ ປ່ຽນແປງຂອງສະພາບແວດລ້ອມ ເຊິ່ງຈະຊ່ວຍ ຊາວກະສິກອນໃຫ້ມີຄວາມສາມາດໃນການປັບຕົວ ຫລື ຈັດການກັບຄວາມ ສ່ຽງທີ່ຄາດວ່າຈະເກີດຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ໃນປະຈຸ ບັນ ແລະ ໃນຕໍ່ໜ້າ, ເພື່ອຊ່ວຍໃນການຮັບປະກັນໄດ້ຄວາມໝັ້ນຄົງທາງດ້ານ ສະບຽງອາຫານ, ການຜະລິດເປັນສິນຄ້າ ແລະ ການຄຸ້ມຄອງນຳໃຊ້ແຫ່ລງຊັບ ພະຍາກອນທໍາມະຊາດໃຫ້ຍືນຍົງ ຕາມຍຸດທະສາດການພັດທະນາຂະແໜງກະ ສິກຳຂອງກະຊວງ ແລະ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນນະບົດທີ່ໄດ້ວາງອອກ. ມີ 7 ຈຸດສຸມ ແລະ 16 ກິດຈະກຳສະະໜັບສະໜູນໂດຍກົງໃຫ້ແຜນງານທີ III ແລະ ມີລາຍລະອຽດດັ່ງນີ້້: ສຶກສາ, ວິເຄາະ, ວິໃຈ ແລະ ຄາດຄະເນການ ປ່ຽນແປງຂອງສະພາບດິນຟ້າອາກາດຕໍ່ກັບການຜະລິດກະສິກໍາ ໃນແຕ່ລະໆດູ ການ. ສຸມໃສ່ການຄົ້ນຄວ້າດ້ານເຕັກນິກການປູກ ແລະ ການລ້ຽງ ເພື່ອຮອງຮັບ ການປ່ຽນຂອງສະພາບແວດລ້ອມ ເນັ້ນໃສ: ເຂົ້າ, ພືດຜັກ, ການປະມົງ, ການ ລ້ຽງສັດ ແລະ ປ່າໄມ້ ໃຫ້ມີຄວາມສາມາດປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ ໄດ້ດີ. ການຄົ້ນຄວ້າ ເຕັກນິກຍົກສະມັດຕະພາບ ແລະ ການຄົ້ນຄວ້າການປັບ ຕົວຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ, ສ້າງຄຳແນະນໍາດ້ານອຸຕຸກະ ເສດ ລວມທັງເຕັກນິກ-ວິຊາການ ດ້ານການປັບຕົວຕ່າງໆ ເພື່ອຊ່ວຍໃຫ້ຊາວກະ ສິກອນສາມາດຈັດການກັບຄວາມສ່ຽງທີ່ຄາດວ່າຈະເກີດປ່ຽນແປງຂອງສະພາບດິນຟ້າອາກາດໃນປະຈຸບັນ ແລະ ໃນ ຕໍ່ຫນ້າ.

IV. ແຜນງານການຄົ້ນຄວ້າ ເສດຖະກິດ ແລະ ການພັດທະນາ ຊົນນະບົດ ການສຶກສາຄົ້ນຄວ້າດ້ານນະໂຍບາຍ, ນິຕິກໍາ, ມາດຕະການ, ຮູບແບບການຜະລິດ, ຂໍ້ມູນຂ່າວ ສານດ້ານວິທະຍາສາດ ແລະ ເຕັກໂນໂລຊີສື່ ສານຕ່າງໆ ເພື່ອສະຫນັບສະຫນູນໃຫ້ແກ່ຂັ້ນ ເທີງໃນການກຳນົດນະໂຍບາຍ ເຂົ້າໃນວຽກງານ ທີກ່ຽວຂ້ອງເຊັ່ນ: ແຜນງານຄໍ້າປະກັນທາງດ້ານ ສະບຽງອາຫານ, ການຜະລິດເປັນສິນຄ້າ, ການຫັນເປັນອຸດສາຫະກໍາ ແລະ ທັນ ສະໄໝໃນຕໍ່ຫນ້າ. ສຶກສາຄົ້ນຄ້ວາບັນດາກໍລະນີທີ່ເປັນທ່າແຮງ ແລະ ບັນຫາ ຕ່າງໆທາງດ້ານນະໂຍບາຍ, ການຄຸ້ມຄອງ, ປະສິດຕິພາບການຜະລິດ, ການຕະ ຫຼາດ, ການດຳລົງຊີວິດ ແລະ ຮູບແບບພັດທະນາຊົນນະບົດ ທີ່ຕິດພັນກັບການ ຜະລິດກະສິກຳ. ເພື່ອສະໜອງຂໍ້ມູນໃຫ້ແກ່ຂັ້ນເທິງໃນການກຳນົດນະໂຍບາຍ ແລະ ນິຕິກຳເຂົ້າໃນວຽກງານ ແຜນງານຄໍ້າປະກັນທາງດ້ານສະບຽງອາຫານ, ການຜະລິດເປັນສິນຄ້າ, ຄຸ້ມຄອງ ແລະ ນໍາໃຊ້ຊີວະນາໆພັນ ແລະ ພັດທະນາ ຊົນນະບົດແບບຍຶນຍົງ ຕາມທິດເຕີບໂຕສິຂຽວ ແນໃສ່ປະກອບສ່ວນຫຼຸດຜ່ອນ ຄວາມທຸກຍາກຂອງຊາວກະສິກອນລາວ. ມີ 8 ຈຸດສຸມ ແລະ 29 ກິດຈະກຳສະໜັບສະໜູນໂດຍກົງໃຫ້ແຜນງານທີ IV ແລະ ມີລາຍລະອຽດດັ່ງນີ້້: ຄົ້ນຄວ້າ ເສດຖະກິດ ແລະ ພັດທະນາຊົນນະບົດ ແລະ ເພື່ອຄ້ຳປະກັນສະບຽງອາຫານ ແລະ ເປັນສິນຄ້າຂອງຜະລິດຕະພັນກະ ສິກຳ ແລະ ໂພຊະນາການ. ສຶກສາໂຕ່ງໂສ້ມູນຄ່າເພີ່ມຂອງພືດກະສິກຳ ລວມ ທັງ – ສຶກສາຕອ່ງໂສ້ງມູນຄ່າ ເຄື່ອງປ່າຂອງດົງ ທີ່ເປັນທ່າແຮງໃນການພັດທະນາ ເສດຖະກິດ ແລະ ປະກອບສວ່ນໃນການ ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນໃນແຕ່ລະ ທອ້ງຖີ່ນ ເພື່ອຄຸ້ມຄອງ ແລະ ນຳໃຊ້ໃຫ້ຍືນຍົງ.

V. ແຜນງານພັດທະນາລະບົບຂໍ້ມູນຂ່າວສານ
ພັດທະນາລະບົບຂໍ້ມູນຂ່າວສານ ເພື່ອບໍລິການ ເຕັກນິກວິທະຍາສາດ ໃນການສຶກສາ, ເຕົ້າ ໂຮມ, ສັງລວມ, ຄຸ້ມຄອງ ແລະ ເຜີຍແຜ່ຂໍ້ ມູນຂ່າວສານ ຜົນຂອງການຄົ້ນຄ້ວາທາງດ້ານ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ທົ່ວຂະແໜງກະສິກໍາ ແລະ ປ່າໄມ້ ໂດຍປະ ສານສົມທົບວຽກງານຮ່ວມກັບຫ້ອງການ, ບັນດາກົມ ແລະ ພາກສ່ວນກ່ຽວ ຂ້ອງ ໃນການພັດທະນາລະບົບຂໍ້ມູນຂ່າວສານ ໃຫ້ມີການຄຸ້ມຄອງບໍລິການຢ່າງ ລວມສູນ ໃຫ້ມີປະສິດທິຜົນ ແລະ ມີຄວາມຍືນຍົງ.
ມີ15 ຈຸດສຸມ ແລະ 49 ກິດຈະກຳ ສະໜັບສະໜູນໂດຍກົງໃຫ້ແຜນງານ ທີ V ແລະ ມີລາຍລະອຽດດັ່ງນີ້້: ບໍລິການເຕັກນິກວິທະຍາສາດ ໃນການສຶກສາ, ເຕົ້າໂຮມ, ສັງລວມ, ຄຸ້ມຄອງ ແລະ ເຜີຍແຜ່ຂໍ້ມູນຂ່າວສານຜົນຂອງການຄົ້ນ ຄ້ວາທາງດ້ານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ທົ່ວຂະແໜງກະສິ ກໍາ ແລະ ປ່າໄມ້. ການພັດທະນາສື່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານສູນ ຄົ້ນຄວ້າ, ເຂົ້າ, ພືດພັກ ແລະ ໄມ້ໃຫ້ໝາກ, ພືດເສດຖະກິດ, ການປະມົງ, ແລະ ປ່າໄມ້ ກໍ່ໄດ້ຈັດຕັ້ງປະຕິບັດຄຽງຄູ່ກັບວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ, ວິຊາການໃນຂັ້ນທ້ອງຖິ່ນ, ແລະ ຊາວກະສິກອນ.

VI. ແຜນງານສ້າງຄວາມເຂັ້ມແຂງການສ້າງຄວາມເຂັ້ມແຂງ ແລະ ປັບປຸງ ຄວາມສາມາດຈະເລັ່ງໃສ່ 3 ດ້ານຄື: ດ້ານລະບົບການຈັດຕັ້ງ: ການປັບປຸງ ລະບົບການຈັດຕັ້ງ ເຊິ່ງລວມທັງການປັບ ປຸງພະລາບົດບາດ, ໂຄງຮ່າງການຈັດຕັ້ງ, ລະບຽບການພາຍໃນ ສໍາລັບຄຸ້ມຄອງການ ຄົ້ນຄວ້າ, ປັບປຸງລະບົບແບບແຜນວິທີ ເຮັດວຽກ ແລະ ການຮ່ວມມືປະສານງານ ກັບຂະແໜງການກ່ຽວຂ້ອງ, ຜູ້ປະກອບການ ແລະ ເຄືອຂ່າຍການຄົ້ນຄວ້າທັງ ພາຍໃນ ແລະຕ່າງປະເທດ; ດ້ານບຸກຄາລາກອນ: ການສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດທາງດ້ານບຸກຄາລາກອນຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານຄຸ້ມຄອງທາງດ້ານທິດສະດີການເມືອງ, ການຄຸ້ມຄອງ ແລະ ການບໍລິຫານ; ສໍາລັບພະນັກງານວິຊາການແມ່ນເລັ່ງໃສ່ການປັບປຸງ ແລະ ກໍ່ສ້າງ ນັກວິຊາການເກັ່ງສະເພາະດ້ານ ເຊັ່ນ: ສ້າງໃຫ້ໄດ້ລະດັບປະລີນຍາເອກ, ປະລີນ ຍາໂທ ແລະ ລະດັບປະລີນຍາຕີ; ສ້າງໂຄງການພັດທະນາບຸກຄະລາກອນ ຕາມ ຄວາມຕ້ອງການໃນແຕ່ລະຕໍາແໜ່ງງານຂອງ ສກປພ; ໂດຍການສົ່ງໄປຍົກລະ ດັບໄລຍະສັ້ນ, ໄລຍະຍາວ ທັງພາຍໃນ ແລະ ຕ່າງປະເທດ ຂອງແຕ່ລະລະດັບ ວິຊາສະເພາະ; ແລະ ດ້ານໂຄງລ່າງ ພື້້ນຖານ ແລະ ແວດລ້ອມເອື້ອອຳ ນວຍ: ຈະໄດ້ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ພ້ອມດ້ວຍພື້ນຖານວັດ ຖຸເຕັກນິກ ເພື່ອຮັບໃຊ້ການຄົ້ນຄວ້າທົດລອງໂດຍຫັນເປັນທັນສະໄໝໃນການ ຄົ້ນຄວ້າເຊັ່ນ: ຫ້ອງວິໄຈດ້ານເຄມີກະສິກໍາ, ຫ້ອງວິໄຈໃນລະດັບໂມເລກຸນທີ່ ໄດ້ມາດຖານສາກົນພ້ອມລະບົບຂໍ້ມູນຂ່າວສານທີ່ທັນສະໄໝ (ວິໄຈຢາງພາລາ, ວິໄຈສານເຄມີຕົກຄ້າງ, ວິໄຈຄຸນນະພາບພືດ ແລະ ສັດ, ວິໄຈລົງເລິກໃຫ້ຮູ້ເຖີງ ສານເຄມີຕ່າງໆ), ຫ້ອງວິໄຈທາງດ້ານກາຍຍະພາບ, ຍົກລະດັບສ້າງໂຮງງານຄັດ ເມັດພັນພຶດໃຫ້ໄດ້ມາດຕະຖານ ແລະ ສະຖານີທົດລອງ, ຍົກລະດັບທະນາ ຄານເຊື້ອພັນ,ບັນດາອຸປະກອນເຄື່ອງມືຜະລິດນ້ຳເຊື້ອງົວ ແລະ ໂຮງງານ ຫຼື ເຄື່ອງຜະລິດນາຍໂຕຼເຢັນແຫຼວ ເພື່ອຮັກສານ້ຳເຊື້ອສັດ. ປັບປຸງໂຮງເຮືອນຜະ ລິດລູກປາ ແລະ ລະບົບໜອງອະນຸບານ, ກໍ່ສ້າງຫໍພັກນັກສຶກສາ ແລະ ສ້າງຮົ້ວ ແບບຖາວອນອ້ອມສູນ, ຈັດຊື້ອຸປະກອນ ແລະ ເຄື່ອງມື ທີ່ຈໍາເປັນ, ລວມທັງ ເຄື່ອງອຸປະກອນໃນການຄົ້ນຄວ້າປຸງແຕ່ງຜະລິດຕະພັນກະສິກຳຜັກ ແລະ ໝາກ ໄມ້, ໃນການຄົ້ນຄວ້າທົດລອງຂອງບັນດາສູນ ແລະ ເຄືອຂ່າຍການຄົ້ນຄວ້າ. ແຜນງານນີ້ ມີ 9 ຈຸດສຸມ ແລະ 28 ກິດຈະກຳ ສະໜັບສະໜູນໂດຍກົງໃຫ້ ແຜນງານທີ VI ເຊິ່ງເນັ້ນດ້ານການຈັດຕັ້ງ, ໂຄງລ່າງພື້ນຖານອໍານວຍຄວາມສະ ດວກໃຫ້ແກ່ການທົດລອງ ໂດຍສະເພາະຫ້ອງສາຂາວິທະຍາສາດທໍາມະຊາດ ແລະ ດ້ານພັດທະນາຄວາມອາດສາມາດ ແລະ ຄວາມເຂັ້ມແຂງ. ພ້ອມດຽວ ກັນນີ້, ບັນດາສູນ ແລະ ພະແນກມີແຜນຈຸດສຸມ ແລະ ກິດຈະກຳໃນວຽກງານ ສ້າງຄວາມເຂັ້ມແຂງ ໂດຍສະເພາະດ້ານບຸກຄະລາກອນອີງຕາມຄວາມຮຽກ ຮ້ອງຕ້ອງການຂອງວຽກງານເພື່ອຮັບໃຊ້ ແລະ ສະໜັບສະໜູນໃຫ້ການຈັດຕັ້ງ ປະຕິບັດແຜນງານການຄົ້ນຄວ້າສາມາດບັດລຸຕາມຈຸດປະສົງ ແລະ ເປົ້າໝາຍ ດ້ວຍປະສິດທິພາບ.ປ